ທົບທວນ ແລະ ແລກປ່ຽນບົດຮຽນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ

Posting Date: 
10 Aug 2021

 

ທົບທວນ ແລະ ແລກປ່ຽນບົດຮຽນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ

 

ໃນວັນທີ 10 ສິງຫາ 2021, ຂະແໜງກະສິກໍາ ແລະ ປັບປຸງຊີວິດການເປັນຢູ່, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກ ເພື່ອທົບທວນ ແລະ ແລກປ່ຽນບົດຮຽນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ໂດຍການເຂົ້າຮ່ວມຂອງພະນັກງານ ທລຍ ສູນກາງ, ແຂວງ, ເມືອງ ແລະ ບ້ານ ຢ່າງພ້ອມພຽງ.

 

ໃນບັ້ນກອງປະຊຸມເທື່ອນີ້ ໄດ້ທົບທວນຄຸນລັກສະນະຂອງກຸ່ມ ກຊກ ເຊັ່ນ: ກຊກ ແມ່ນກຸ່ມທີ່ປະກອບມີສະມາຊິກເປັນແມ່ຍິງແຕ່ 10 ຫາ 12 ຄົນ ທີ່ມີຈຸດປະສົງ ແລະ ເປົ້າໝາຍດຽວກັນ, ມີຄວາມສະໝັກໃຈເຂົ້າຮ່ວມເປັນສະມາຊິກກອງທຶນ ແລະ ມີຄວາມຕ້ອງການປັບປຸງເງື່ອນໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍການຮວມຕົວກັນສ້າງຕັ້ງກຸ່ມເງິນຝາກປະຢັດ ແລະ ກອງທຶນເງິນກູ້ຂອງຕົນເອງ ແລະ ພາຍໃນ 1 ບ້ານຄວນມີບໍ່ເກີນ 5 ກຸ່ມ; ໜຶ່ງກຸ່ມ ກຊກ ອາດຈະປະກອບມີສະມາຊິກທີ່ເປັນຜູ້ຍິງທັງໝົດກໍ່ໄດ້, ແຕ່ຖ້າຫາກເພດຍິງພາຍໃນກຸ່ມ ບໍ່ສາມາດອ່ານອອກຂຽນໄດ້ ກໍມີຄວາມຈໍາເປັນຕ້ອງຮັບເອົາສະມາຊິກເພດຊາຍທີ່ສາມາດອ່ານອອກຂຽນໄດ້ມາຮ່ວມນໍາ; ສະມາຊິກກຸ່ມ ກຊກ ຄວນຈະມາຈາກທີ່ມາເຂດດຽວກັນ ຫຼື ຄຸ້ມດຽວກັນ, ເປັນປະຊາຊົນບ້ານດຽວກັນ, ເປັນສະມາຊິກທີ່ມີຄຸນລັກສະນະຄ້າຍຄືກັນເຊັ່ນ: ອາຊີບ, ລະດັບຄວາມທຸກຍາກ, ສະຖານະພາບທາງດ້ານເສດຖະກິດ-ສັງຄົມ (ຄຸນສົມບັດທີ່ຄ້າຍຄືກັນ) ຫຼືຫຼຸດລື່ນກັນພຽງເລັກນ້ອຍ, ສະມາຊິກຜູກພັນກັນ ໂດຍການໄວ້ເນື້ອເຊື່ອໃຈ ເຄົາລົບເຊິ່ງກັນ ແລະ ກັນ ແລະ ມີຄວາມຮັກແພງກັນ. ໃນພາກປະຕິບັດຕົວຈິງ ເຖິງວ່າ ກຸ່ມ ກຊກ ບໍ່ທັນໄດ້ຮັບຮອງ ເປັນທາງການກໍ່ຕາມ, ແຕ່ທາງກຸ່ມກໍ່ໄດ້ປະຕິບັດຫຼັກການ ການຄຸ້ມຄອງບໍລິຫານ ທີ່ມີໂຄງປະກອບການຈັດຕັ້ງເຊັ່ນ: ມີກົດລະບຽບ ແລະ ຂໍ້ກໍານົດທີ່ເຫັນດີນໍາກັນ, ມີການປະຊຸມເປັນປະຈໍາ ແລະ ມີການເກັບມ້ຽນລະບົບບັນຊີ ແລະ ຂໍ້ມູນຕ່າງໆ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແມ່ນຫຼັກການຂອງການລວມກຸ່ມກັນເບື້ອງຕົ້ນ.

 

ນັບແຕ່ປີ 2020 ເປັນຕົ້ນມາ ຂະແໜງດັ່ງກ່າວໄດ້ສະໜັບສະໜູນໃນການສ້າງຕັ້ງກຸ່ມ ກຊກ ຢູ່ 12 ເມືອງ 4 ແຂວງ ໄດ້ທັງໝົດ 969 ກຸ່ມ ແລະ ສະມາຊິກທັງໝົດ 11.875 ຄົນ, ມີເງິນທ້ອນທັງໝົດ 1,4 ຕື້ກວ່າກີບ. ພາຍໃນເດືອນ ມີຖຸນາ 2021 ຜ່ານມາ ກຸ່ມ ກຊກ ໄດ້ເຄື່ອນໄຫວໜ້າວຽກຂອງຕົນເປັນປົກກະຕິ ເປັນຕົ້ນແມ່ນໄດ້ເຂົ້າຮ່ວມ ກອງປະຊຸມກຸ່ມ, ການຝາກເງິນ ແລະ ການປ່ອຍກູ້ທຶນ ໃຫ້ສະມາຊິກ 50 ຄົນ ເປັນມູນຄ່າທັງໝົດ 72 ລ້ານກີບ ສໍາລັບລົງທຶນໃສ່ກິດຈະກໍາສ້າງລາຍຮັບ ເຊັ່ນ: ລ້ຽງເປັດ, ລ້າງໄກ່, ລ້ຽງແບ້, ລ້ຽງໝູ, ລ້ຽງປາ, ລ້ຽງກົບ, ວຽກງານຫັດຖະກໍາ ແລະ ຈັກສານ, ປູກຝັງ ແລະ ອື່ນໆ ແນ່ໃສ່ເພື່ອຜະລິດສະບຽງອາຫານ ແລະ ສ້າງລາຍຮັບໃຫ້ຄອບຄົວ.

 

ພິເສດໄດ້ມີການປ່ອຍກູ້ໃຫ້ສະມາຊິກກຸ່ມ ກຊກ ທັງໝົດ 700 ລ້ານກວ່າກີບ ແລະ ມີຜູ້ໄດ້ຮັບເງິນກູ້ສະສົມທັງໝົດ 475 ຄົນ; ໃນນີ້ ມີແມ່ຍິງຈໍານວນ 453 ຄົນ.  ອັນນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຄະນະຮັບຜິດຊອບບໍລິຫານ ກຊກ ບ້ານ ຊຶ່ງມີພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບທາງດ້ານການຄຸ້ມຄອງບໍລິຫານເງິນທ້ອນຂອງຕົນເອງໄດ້ດີຂຶ້ນ, ໝາຍຄວາມວ່າ ເຂົາເຈົ້າມີຄວາມພອ້ມໃນການຮັບເງິນຊ່ວຍເຫຼືອຈາກ ທລຍ ໄປສືບຕໍ່ຈັດຕັ້ງປະຕິບັດວຽກງານການຜະລິດໄດ້ແລ້ວ. ນອກຈາກນັ້ນ, ຍັງມີເງິນກູ້ແກ້ໄຂສຸກເສີນໃຫ້ແກ່ສະມາຊິກຄອບຄົວ ທີ່ມີຄວາມຫຍຸ້ງຍາກ ທັງໝົດ 54 ລ້ານກີບ ຈໍານວນ 132 ຄອບຄົວ, ໃນນີ້ ແມ່ຍິງ 124 ຄອບຄົວ.