ບັນຫາເລື່ອງນໍ້າຢູ່ບ້ານວຽງສະໄໝ ເມືອງພູຄູນ ໄດ້ຮັບການແກ້ໄຂແລ້ວ
ໂດຍ: ທລຍ
ບ້ານວຽງສະໄໝ ບ້ານຊົນເຜົ່າກຶມມຸ ຂຶ້ນກັບກຸ່ມບ້ານທ່າບໍແກ້ວ ເມືອງພູຄູນ ແຂວງຫຼວງພະບາງ ມີ 105 ຄອບຄົວ, ມີປະຊາກອນທັງໝົດ 523 ຄົນ, ຍິງ 245 ຄົນ, ອາຊີບຕົ້ນຕໍແມ່ນເຮັດໄຮ່, ປູກຝັງ ແລະ ລ້ຽງສັດ ບ້ານດັ່ງກ່າວຫ່າງຈາກເທດສະບານເມືອງປະມານ 64 ກິໂລແມັດ ເສັ້ນທາງເຂົ້າຫາບ້ານແມ່ນທຸລະກັນດານຫລາຍ ຖ້າໃຊ້ ລົດກະບະ ຫຼື ລົດຈັກ ຈະໃຊ້ເວລາເກືອບ 3 ຊົ່ວໂມງ ຈຶ່ງຮອດບ້ານດັ່ງກ່າວ ເມື່ອເວົ້າເຖິງເລື່ອງນໍ້າກິນນໍ້າໃຊ້ກໍພົບກັບຄວາມຫຍຸ້ງຍາກເຊັ່ນກັນ ເພາະນໍ້າບໍ່ພຽງພໍ ເນື່ອງຈາກວ່າລະບົບນໍ້າລິນທີ່ໄດ້ຮັບການກໍ່ສ້າງໃນປີ 2007 ທີ່ໃຊ້ຮ່ວມກັນ 2 ບ້ານບໍ່ສາມາດສະໜອງນໍ້າຢ່າງພຽງພໍ ໂດຍສະເພາະ ເເມ່ນລະດູແລ້ງໃນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາ.
ດ້ວຍເຫດຜົນດັ່ງກ່າວ ໃນເວລາວາງແຜນພັດທະນາບ້ານ ປີ 2019 ປະຊາຊົນບ້ານວຽງສະໄໝ ໄດ້ພ້ອມພາກັນຕັດສິນໃຈຄັດເລືອກເອົາໂຄງການສ້ອມແປງລະບົບນໍ້າລິນເປັນບຸລິມະສິດຄວາມຕ້ອງການອັນດັບທີ 1 ຈາກນັ້ນກໍໄດ້ຮັບຮອງເອົາຢູ່ຂັ້ນກຸ່ມ ແລະ ຂັ້ນເມືອງ.
ໂຄງການສ້ອມແປງລະບົບນໍ້າລິນບ້ານດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກລັດ ຜ່ານການຈັດຕັ້ງປະຕິບັດໂດຍ ທລຍ ໄດ້ເລີ່ມກໍ່ສ້າງໃນວັນທີ 17 ເດືອນພຶດສະພາ 2019 ແລະ ສໍາເລັດໃນວັນທີ 20 ເດືອນມິຖຸນາ 2019. ເຊິ່ງນໍ້າລິນດັ່ງກ່າວມີຄວາມຍາວເຖິງ 4,450 ແມັດ, ປະກອບມີ 5 ກ໊ອກ, ອ່າງລົດຄວາມດັນ 3 ຈຸດ, ອ່າງເກັບນໍ້າ 1 ແຫ່ງ ຂະໜາດ 5x5x2 ແມັດ ມີມູນຄ່າການສ້ອມແປງທັງໝົດ 213 ກວ່າລ້ານກີບ ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ຄິດເປັນເງິນ 38 ກ່ວາລ້ານກີບ.
ທ່ານ ສົມພັນ, ນາຍບ້ານ ບ້ານວຽງສະໄໝ ໄດ້ກ່າວວ່າ: “ທາງບ້ານພວກເຮົາໝົດທຸກຄົນມີຄວາມພາກພູມໃຈ, ສະດວກສະບາຍກວ່າແຕ່ກ່ອນຫລາຍຈະສາມາດຊົມໃຊ້ນໍ້າໄດ້ທຸກລະດູ ແລະ ພວກເຮົາໄດ້ສ້າງຕັ້ງກອງທຶນບູລະນະສ້ອມແປງ ໂດຍການເກັບເງິນ 2000 ກິບ/1 ຄອບຄົວ/ເດືອນ ເພື່ອຮັບໃຊ້ໃຫ້ແກ່ການສ້ອມແປງລະບົບນໍ້າລິນແຫ່ງນີ້ໃນອະນາຄົດຫາກມີການເປ່ເພ. ນອກຈາກນັ້ນ ອົງການປົກຄອງບ້ານຈະໄດ້ລະດົມພໍ່ແມ່ປະຊາຊົນນໍາໃຊ້ນໍ້າເພື່ອເຮັດສວນຄົວຢູ່ແຕ່ລະຄົວເຮືອນອີກດ້ວຍ”.