ບາງສ່ວນຂອງຜົນສໍາເລັດຂອງ ທລຍ 3 (2017-2019)

Posting Date: 
13 May 2020

 

ບາງສ່ວນຂອງຜົນສໍາເລັດຂອງ ທລຍ 3 (2017-2019)

 

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໄລຍະທີ 3 (2017-2019) ກວາມເອົາ 10 ແຂວງ 43 ເມືອງທຸກຍາກ, 263 ກຸ່ມບ້ານ, 1820 ບ້ານ ປະກອບມີປະຊາກອນຫຼາຍກວ່າ 853.447 ຄົນ, ໃນນັ້ນ ເປັນຊົນເຜົ່າກວມເອົາ 75% ຂອງປະຊາກອນທັງໝົດ, ງົບປະມານ 54 ລ້ານໂດລາສະຫະລັດ ທີ່ໄດ້ຮັບການສະໜັບສະໜູນຈາກສາມພາກສ່ວນຄື: ທຶນສົມທົບຂອງລັດຖະບານ 6 ລ້ານໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າຈາກອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ຈໍານວນ 18 ລ້ານໂດລາສະຫະລັດ, ແລະ ທຶນກູ້ຢືມຈາກທະນາຄານໂລກ ຈໍານວນ 30 ລ້ານໂດລາສະຫະລັດ.

 

ຕະຫຼອດໄລຍະ 3 ປີ ຜ່ານມາ, ທລຍ ໄດ້ສະໜັບສະໜູນໂຄງການຍ່ອຍທີ່ກ່ຽວຂ້ອງກັບການກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງຂະໜາດນ້ອຍແບບງ່າຍດາຍທີ່ມີມູນຄ່າບໍ່ສູງ ຈໍານວນ 1.169 ໂຄງການຍ່ອຍ ຕາມຫຼັກການທີ 1 ຂອງໂຄງການ ໂດຍມີເປົ້າໝາຍເພື່ອໃຫ້ປະຊາຊົນສາມາດຄຸ້ມຄອງ ບໍລິຫານ ແລະ ຈັດຕັ້ງປະຕິບັດເອງໄດ້ ແລະ ເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງພື້ນຖານໂຄງລ່າງໄດ້ຢ່າງສະດວກສະບາຍ ພ້ອມນັ້ນ ກໍຍັງຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານຕ່າງໆ ຈໍານວນ  1.169 ໂຄງການຍ່ອຍ ໂດຍນໍາໃຊ້ງົບປະມານຫຼາຍກວ່າ 246 ຕື້ກີບ ແລະ ການປະກອບສ່ວນຂອງຊຸມຊົນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ຄິດເປັນມູນຄ່າກວ່າ 18 ຕື້ກີບ ເທົ່າກັບ 7% ຂອງງົບປະມານທີ່ ທລຍ ໃຫ້ການຊ່ວຍເຫຼືອໃນການປັບປຸງພື້ນຖານໂຄງລ່າງ, ຫຼາຍກວ່າ 80% ຂອງໂຄງການຍ່ອຍໄດ້ຕັ້ງຢູ່ບ້ານທີ່ທຸກຍາກທີ່ສຸດ ທີ່ສອດຄ່ອງກັບຫຼັກການທີ 6 ຂອງໂຄງການ ທີ່ຕ້ອງຊ່ວຍເຫຼືອບ່ອນທີ່ທຸກຍາກກ່ອນ ແລະ ກວມເອົາຊົນເຜົ່າສ່ວນນ້ອຍ ໂດຍສະເລ່ຍຫຼາຍກວ່າ 70% ຂອງຜູ້ໄດ້ຮັບຜົນປະໂຫຍດທັງໝົດ ທີ່ນອນໃນເຂດຊົນນະບົດຫ່າງໄກສອກຫຼີກ.