ບ້ານຕົວແບບໃນການປົກປັກຮັກສາຄຸ້ມຄອງໂຄງການຍ່ອຍ

Posting Date: 
22 Apr 2020

ບ້ານຕົວແບບໃນການປົກປັກຮັກສາຄຸ້ມຄອງໂຄງການຍ່ອຍ

         ການກໍ່ສ້າງໂຄງການນໍ້າບາດານ ຢູ່ບ້ານ ແດນສະຕືງ, ກຸ່ມເຊກີ ເມືອງ ທ່າປາງທອງ ແມ່ນໂຄງການໜຶ່ງທີ່ ໄດ້ຖືກປົກປັກຮັກສາຄຸ້ມຄອງນໍາໃຊ້ໂຄງການໄດ້ດີກວ່າໝູ່ ດ້ວຍຫຼັກການ ສາມກ້ອນເສົ້າໃນການຄຸ້ມຄອງ ແລະ ປົກປັກຮັກສາ ໄດ້ເຮັດໃຫ້ໂຄງການຍ່ອຍມີຄວາມຍືນຍົງ:

1.    ມີລະບຽບວິໃນທີ່ດີ ແລະ ຖືກປະຕິບັດຢ່າງເຄັ່ງຂັດ

2.    ມີກອງທຶນບູລະນະສ້ອມແປງ

3.   ມີອໍານາດການປົກຄອງທີ່ເຂັ້ມແຂງ ແລະ ຊຸມຊົນມີຄວາມສາມັກຄີ

  ເຖິງວ່າໂຄງການດັ່ງກ່າວນັ້ນຈະໄດ້ກໍ່ສ້າງມາແຕ່ປີ 2015 ແຕ່ກໍຍັງສາມາດຊົມໃຊ້ໄດ້ເປັນຢ່າງດີ ສາມາດແກ້ໄຂຄວາມທຸກຍາກໃຫ້ແກ່ຊຸມຊົນພາຍໃນບ້ານຈໍານວນ 1,533 ຄົນ, ຍິງ 762 ຄົນ ໃນການເຂົ້າເຖິງນໍ້າກີນນໍ້າໃຊ້ໄດ້ ສະດວກສະບາຍ ກວ່າແຕ່ກ່ອນຫຼາຍ.

 ບ້ານແດນສະຕືງ ເປັນບ້ານຊົນເຜົ່າກະຕາງ ປະກອບມີ ຄົວເຮືອນທັງໝົດ 197 ຄົວເຮືອນ

ໃນແຕ່ລະປີ ຊາວບ້ານສາມາດເກັບເງິນທ້ອນເຂົ້າກອງທຶນບູລະນະສ້ອມແປງໄດ້ 4,728,000 ກີບ/ປີ ໂດຍການເກັບເງິນເຮືອນລະ 2,000 ກີບຕໍ່ເດືອນ.

 ມາຮອດປະຈຸບັນ ກອງທຶນດັ່ງກ່າວມີເງິນທ້ອນ 23,640,000 ກີບ ໃນກໍລະນີສຸກເສີນເວລາເຈັບຄະນະຮັບຜິດຊອບກອງທຶນ ກໍໄດ້ເອົາເງິນຈໍານວນດັ່ງກ່າວໃຫ້ຊາວບ້ານຢືມໂດຍບໍ່ມີດອກເບ້ຍ ແຕ່ໃນກໍລະນີຢືມໄປເຮັດກິດຈະກໍາສ້າງລາຍຮັບແມ່ນຈະໄດ້ຄິດໄລ່ດອກເບ້ຍ 2% ເຊິ່ງກອງທຶນດັ່ງກ່າວໄດ້ເປັນເຄື່ອງມືທີ່ສໍາຄັນອັນໜຶ່ງໃນການແກ້ໄຂຄວາມທຸກຍາກຂອງບ້ານແດນສະຕືງ.