ບ້ານພູຄໍ້, ກຸ່ມບ້ານລົງທາງ ໄດ້ຮັບການຝຶກອົບຮົມເຕັກນິກ ການລ້ຽງໝູ

Posting Date: 
13 Sep 2021

ບ້ານພູຄໍ້, ກຸ່ມບ້ານລົງທາງ ໄດ້ຮັບການຝຶກອົບຮົມເຕັກນິກ ການລ້ຽງໝູ

      ໂດຍ: ວິໄລ ແກ້ວອິ່ນຄໍາ, ຫົວໜ້າທີມ ທລຍ ເມືອງບຸນໃຕ້

        ໃນລະຫວ່າງວັນທີ 1-2 ກັນຍາ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ        ( ທລຍ ) ປະຈໍາເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ສົົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 2 ທ່ານ ຈັດຊຸດຝຶກອົບຮົມເຕັກນິກການລ້ຽງໝູໃຫ້ ແກ່ ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ຫຼື ກຊກ  ບ້ານ ພູຄໍ້ ເມືອງ ບຸນໃຕ້ ແຂວງ ຜົ້ງສາລີສຳເລັດຕາມແຜນການທີ່ວາງໄວ້.

      ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ອເຮັດໃຫ້ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ມີຄວາມຮູ້ພື້ນຖານດ້ານເຕັກນິກການລ້ຽງໝູ ທີ່ຖືກຕ້ອງຕາມຫຼັກວິຊາການເປັນຕົ້ນແມ່ນ ການກະກຽມສະຖານທີ່, ການໃຫ້ອາຫານ, ການປະສົມພັນໝູ, ການຄັດເລືອກແນວພັນ, ການເບິ່ງແຍງຮັກສາ ສຸຂະພາບໝູຂັ້ນພື້ນຖານ ແລະ ການສັກຢາວັກຊີນປ້ອງກັນພະຍາດ ທັງນີ້ ກໍ່ເພື່ອເປັນການສ້າງຄວາມເຂັ້ມແຂງ ທາງດ້ານເຕັກນິກວິຊາການລ້ຽງໝູ ແບບໃໝ່ ໃຫ້ແກ່ ກຸ່ມ  ກຊກ ເພື່ອແນ່ໃສ່ ການຈັດຕັ້ງກຸ່ມຜະລິດລ້ຽງໝູ ທີ່ຈະຈັດຕັ້ງຂຶ້ນຢູ່ພາຍໃນບ້ານໃນມໍໆນີ້້.

    ເຂົ້າຮ່ວມເປັນວິທະຍາກອນ ຝຶກອົບຮົມໃນຄັ້ງນີ້ ໂດຍແມ່ນທ່ານ ພູທອນ ຫົວໜ້າໜ່ວຍງານ ລ້ຽງສັດ ພ້ອມດ້ວຍວິຊາການ, ພະນັກງານ ທລຍ ຂັ້ນເມືອງ, ພະນັກງານ ທລຍ ຂັ້ນບ້ານ ແລະ ນັກສະມະນາກອນ ເຂົ້າຮ່ວມທັງໝົດ 30 ຄົນ, ຍິງ 20 ຄົນ, ຊົນເຜົ່າ 26 ຄົນ (ຊົນເຜົ່າກຶມມຸ).

   ຊຸດຝຶກອົບຮົມໃນຄັ້ງນີ້້ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70% ໃນພາກທິດສະດີ ນັກສໍາມະນາກອນ ໄດ້ຮຽນຮູ້ ຄຸນປະໂຫຍດຂອງການລ້ຽງໝູ, ການກະກຽມສະຖານທີ່, ການເຮັດຄອກ, ເຕັກນິກການລ້ຽງໝູ ແບບປະຫຍັດຕົ້ນທຶນ,ການຄັດເລືອກແນວພັນ, ການປະສົມພັນທຽມ, ວິທີການປ້ອງກັນພະຍາດ ແລະອື່ນໆ. ນອກຈາກການຝຶກອົບຮົມທາງດ້ານທິດສະດີແລ້ວຜູ້ເຂົ້າຮ່ວມຝຶກອົບຮົມ ຍັງໄດ້ລົງພາກປະຕິບັດຕົວຈິງ ໂດຍການເຮັດສາທິດການປະສົມສູດອາຫານໝູ ແບບປະຫຍັດຕົ້ນທຶນ, ການປິ່ນປົວ ແລະ ການສັກຢາວັກຊີນ ປ້ອງກັນພະຍາດສັດ ບັນລຸຜົນຕາມຄາດໝາຍ.

    ພາຍຫຼັງ ສຳເລັດການຝຶກອົບຮົມໃນຄັ້ງນີ້້ ບັນດາສຳມະນາກອນ ຈະໄດ້ນຳເອົາຄວາມຮູ້ ທີ່ໄດ້ຈາກການຝຶກອົບຮົມ ໃນຄັ້ງນີ້ໄປຈັດຕັ້ງປະຕິບັດຕົວຈິງ ຢູ່ແຕ່ລະຄອບຄົວ ເພື່ອລ້ຽງໝູຂາຍ ສ້າງລາຍຮັບໃຫ້ແກ່ຄອບຄົວ ແກ້ໄຂຄວາມທຸກຍາກ ແລະ ເປັນການຜະລິດສະບຽງອາຫານກຸ້ມຕົນເອງເທື່ອລະກ້າວ.