ບ້ານເພຍເຫຼັກ ໄດ້ຮັບການຝຶກອົບຮົມການລ້ຽງສັດປີກ

Posting Date: 
06 Sep 2021

ບ້ານເພຍເຫຼັກ ໄດ້ຮັບການຝຶກອົບຮົມການລ້ຽງສັດປີກ

 

ໂດຍ: ວິໄລ ແກ້ວອິ່ນຄໍາ, ຫົວໜ້າທີມ ທລຍ ເມືອງບຸນໃຕ້

 

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2021, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງບຸນໃຕ້ , ແຂວງຜົ້ງສາລີສົົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງຝຶກອົບຮົມເຕັກນິກການລ້ຽງສັດປີກ ໃຫ້ແກ່ສະມາຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຢູ່ບ້ານ ເພຍເຫຼັກ, ເມືອງບຸນໃຕ້, ແຂວງຜົ້ງສາລີຈໍານວນທັງໝົດ 55 ຄົນ, ຍິງ50 ຄົນ (ຊົນເຜົ່າກຶມມຸ ທັງໝົດ).

ການຝຶກອົບຮົມໃນຄັ້ງນີ້້ ນັກສຳມະນາກອນ ໄດ້ຮຽນຮູ້ວິທີການລ້ຽງສັດປີກ, ການກະກຽມສະຖານທີ່, ການເຮັດຄອກ, ເຕັກນິກການລ້ຽງ ແບບປະຫຍັດຕົ້ນທຶນ, ການຄັດເລືອກພໍ່ພັນ-ແມ່ພັນ, ການອະນຸບານ ລູກເປັດ-ໄກ່, ການຕິດຕາມການຟັກໄຂ່, ການໃຫ້ອາຫານ ແລະ ການປ້ອງກັນພະຍາດ. ນອກຈາກການຮຽນຮູ້ທາງດ້ານທິດສະດີແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມ ຍັງໄດ້ລົງພາກປະຕິບັດຕົວຈິງ ໂດຍການສາທິດການເຮັດຄອກ, ການປະສົມສູດອາຫານ ແບບປະຫຍັດຕົ້ນທຶນ ແລະ ການສັກຢາວັກຊີນປ້ອງກັນພະຍາດສັດປີກ ເປັນຕົ້ນ.

 

    ພາຍຫຼັງ ສຳເລັດການຝຶກອົບຮົມໃນຄັ້ງນີ້້ ສະມາຊິກ ກຊກ ຈະນໍາເອົາຄວາມຮູ້ທີ່ໄດ້ ໄປປະກອບໃສ່ການກະກຽມຂຽນແຜນທຸລະກິດຄົວເຮືອນ ເພື່ອກູ້ຢືມເງິນຈາກກອງທຶນ ກຊກ ແລະ ຈັດຕັ້ງກຸ່ມລ້ຽງສັດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ ໃຫ້ຫຼຸດຜ່ອນຈາກຄວາມທຸກຍາກເທື່ອລະກ້າວ.