ປິດໂຄງການ ທລຍ ຢູ່ 10 ເມືອງ

Posting Date: 
19 Mar 2020

ປິດໂຄງການ ທລຍ ຢູ່ 10 ເມືອງ

 

ອິງໃສ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄລຍະທີ IIIໄດ້ສິ້ນສຸດລົງໃນທ້າຍປີ 2019. ນັບແຕ່ປີ 2020 ທລຍ ໄດ້ຮັບທຶນເພີ່ມຕື່ມ 22.5 ລ້ານໂດລາສະຫະລັດ ເພື່ອສືບຕໍ່ກິດຈະກໍາປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ຢູ່ 12 ເມືອງ 4 ແຂວງ (2020-2023) ໃນນັ້ນ 10 ເມືອງບໍ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ. ສະນັ້ນ ເພື່ອຮັບປະກັນ ໃຫ້ເກີດມີຄວາມຕໍ່ເນື່ອງ ໃນການພັດທະນາ ກໍຄືເພື່ອເຮັດໃຫ້ ບັນດາກິດຈະກໍາ ທີ່ພັກ-ລັດ ໄດ້ຊ່ອຍເຫຼືອຜ່ານ ທລຍ ໃຫ້ມີຄວາມຍືນຍົງ. ດັ່ງນັ້ນ. ໃນລະຫວ່າງວັນທີ 9-16 ມີນາ 2020 ພະແນກກະສິກຳ ແລະ ປ່າໄມ້ຂອງ 3 ແຂວງ ຈິ່ງໄດ້ມອບ-ຮັບໂຄງການຍ່ອຍທັງໝົດ ແລະ ກິດຈະກໍາຕ່າງໃຫ້ອົງການປົກຄອງເມືອງດັ່ງລາຍລະອຽດລຸ່ມນີ້:

ແຂວງອຸດົມໄຊ (ທລຍ ໄດ້ໃຫ້ການສະໜັບສະໜູນແຕ່ປີ2013-2019) ປະກອບມີເມືອງງາ 78 ໂຄງການ, ມູນຄ່າ 21 ຕື້ກວ່າກີບ, ເມືອງແບງ 44 ໂຄງການ, ມູນຄ່າ 12 ຕື້ກວ່າກີບ, ເມືອງຮຸນ 107 ໂຄງການ, ມູນຄ່າ29 ຕື້ກວ່າກີບ, ເມືອງປາກແບງ 103 ໂຄງການ, ມູນຄ່າ 23 ຕື້ກວ່າກີບ.

ແຂວງຫົວພັນ (ທລຍ ໄດ້ໃຫ້ການສະໜັບສະໜູນແຕ່ປີ 2004-2019) ເມືອງຮ້ຽມປະກອບມີ 20 ໂຄງການ, ມູນຄ່າ 3 ຕື້ກວ່າກີບ, ເມືອງຊໍາເໜືອ 103 ໂຄງການ, ມູນຄ່າ 20 ຕື້ກວ່າກີບ, ກິດຈະກໍາປັບປຸງຊີວິດການເປັນຢູ່ປະກອບມີ 95 ກຸ່ມ ກຊກ, ສະມາຊິກ 1.008 ທ່ານ, ຍິງ 594 ທ່ານ, ທຶນໝູນວຽນທັງໝົດ 1.19 ຕື້ກວ່າກີບ, ກຸ່ມບົວລະບັດຮັກສາທາງ 27 ໂຄງການ, ມູນຄ່າ 56 ລ້ານກວ່າກີບ, ເມືອງຊຽງຄໍ້ 237 ໂຄງການ, ມູນຄ່າ 30 ຕື້ກວ່າກີບ, ປະກອບມີ 100 ກຸ່ມ ກຊກ, ສະມາຊິກ 906 ທ່ານ, ຍິງ 897 ທ່ານ, ທຶນໝູນວຽນທັງໝົດ 761 ລ້ານກວ່າກີບ, ເມືອງວຽງໄຊ 219 ໂຄງການ, ມູນຄ່າ 29 ຕື້ກວ່າກີບ.

ແຂວງຊຽງຂວາງ (ທລຍ ໄດ້ໃຫ້ການສະໜັບສະໜູນແຕ່ປີ 2006-2019) ປະກອບດ້ວຍເມືອງຄູນມີ 163 ໂຄງການຍ່ອຍ, ມີມູນຄ່າ 34 ຕື້ກວ່າກີບ, ເມືອງໝອກມີ 47 ໂຄງການ, ມີມູນຄ່າ 16 ຕື້ກວ່າກີບ.