ປີ 2019 ທລຍ ໄດ້ປະກອບສ່ວນເຂົ້າໃນການພັດທະນາຂະແໜງສຶກສາຫຼາຍກວ່າໝູ່

Posting Date: 
12 Feb 2020

 

ປີ 2019 ທລຍ ໄດ້ປະກອບສ່ວນເຂົ້າໃນການພັດທະນາຂະແໜງສຶກສາຫຼາຍກວ່າໝູ່

 

ໃນວັນທີ 4 ກຸມພາ 2019 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ທລຍ ປີ 2019 ແລະ ວາງທິດທາງປີ 2020 ໂດຍການເປັນປະທານ ຂອງ ທ່ານ ແຕງອ່ອນ ຈັນທະລະນອງ, ຮອງເຈົ້າເມືອງ-ເມືອງນອງ  ແລະ ມີຜູ້ເຂົ້າຮ່ວມຈາກ ທລຍ ສູນກາງ, ທລຍ ແຂວງ ແລະ ເມືອງ, ຫ້ອງການກ່ຽວຂ້ອງຂອງເມືອງ, ອົງການຈັດ ຕັ້ງມະຫາຊົນ, ອົງການຊ່ວຍເຫຼືອສາກົນ ພາຍໃນເມືອງ, ຜູ້ປະສານງານກຸ່ມບ້ານ, ທິມງານຈັດຕັ້ງປະຕິບັດຂັ້ນບ້ານ ລວມທັງໝົດ 76 ທ່ານ.

ຢູ່ກອງປະຊຸມດັ່ງກ່າວ ໄດ້ລາຍງານວ່າໃນ ປີ 2019 ກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງນອງ ໄດ້ຈັດຕັ້ງປະຕິບັດຢູ່ 9 ກຸ່ມບ້ານ, 64 ບ້ານ ປະກອບມີ 18 ໂຄງການຍ່ອຍ ຊຶ່ງນໍາໃຊ້ງົບປະມານທັງໝົດ 3.6 ຕື້ກວ່າກີບ ໃນນັ້ນ ຊຸມຊົນປະກອບສ່ວນ 152 ລ້ານກີບ ຊຶ່ງກວມເອົາຂະແໜງສຶກສາທິການ ແລະ ກິລາ 9 ໂຄງການ, ຂະແໜງກະສິກໍາ ແລະ ປ່າໄມ້ 2 ໂຄງການ, ຂະແໜງໂຍທາທິການ ແລະ ຂົນສົ່ງ 7 ໂຄງການ. ຜ່ານການຈັດຕັ້ງປະຕິບັດໃນ 1  ປີ ຜ່ານມາເຫັນວ່າ ອໍານາດການປົກຄອງເມືອງໄດ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາ, ພະນັກງານ ທລຍ ມີຄວາມຫ້າວຫັນ ແລະ ເອົາໃຈໃສ່ຕໍ່ໜ້າທີ່ຮັບຜິດຊອບ ແລະ ພິເສດຊຸມຊົນມີຄວາມເຂັ້ມແຂງ ເປັນເຈົ້າການ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປະສົບຜົນສໍາເລັດ.

ການຊ່ວຍເຫຼືອຂອງ ທລຍ ໃນປີ 2019 ຜ່ານມາ ເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຢູ່ເມືອງນອງໄດ້ຫຼາຍພໍສົມຄວນ.