ປຶກສາຫາລືຮ່າງແນວຄວາມຄິດການປະເມີນຜົນກະທົບທາງດ້ານສັງຄົມ ແລະ ເສດຖະກິດຂອງແຮງງານລາວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19

Posting Date: 
08 Apr 2021

ປຶກສາຫາລືຮ່າງແນວຄວາມຄິດການປະເມີນຜົນກະທົບທາງດ້ານສັງຄົມ ແລະ ເສດຖະກິດຂອງແຮງງານລາວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19

ໃນວັນທີ 7 ເມສາ 2021 ຜ່ານມາ, ຄະນະອໍານວຍການ ແລະ ຫົວໜ້າຂະແໜງ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກ ປຶກສາຫາລືກ່ຽວກັບຮ່າງແນວຄວາມຄິດການປະເມີນຜົນກະທົບທາງດ້ານສັງຄົມ ແລະ ເສດຖະກິດຂອງແຮງງານລາວທີ່ໄດ້ຮັບຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ກັບຊ່ຽວຊານຈາກທະນາຄານໂລກ ເພື່ອຊອກຫາວິທີການຊ່ວຍແຮງງານລາວຢູ່ຕ່າງປະເທດທີ່ກັບບ້ານມີຈໍານວນຫຼາຍກວ່າ 2 ແສນຄົນ ໃຫ້ມີວຽກເຮັດງານທໍາ ໂດຍຈະນໍາໃຊ້ຮູບການຈັດຕັ້ງປະຕິບັດຂອງ ທລຍ ແລະ ຈະສືບຕໍ່ປຶກສາຫາລືວຽກງານດັ່ງກ່າວອີກຕື່ມ ໃນທ້າຍເດືອນເມສາ 2021.