ຜູ້ປະສານງານກຸ່ມບ້ານ ຜູ້ຍິງທີ່ມີຄວາມເຂັ້ມແຂງ

Posting Date: 
26 Sep 2018

ຜູ້ປະສານງານກຸ່ມບ້ານ ຜູ້ຍິງທີ່ມີຄວາມເຂັ້ມແຂງ

       ໂດຍ: ພິດາວົງ ພັດທະນາຊຸມຊົນ ເມືອງພີນ

          ບ້ານໂພນໄຊ ກຸ່ມຍາງ ເມືອງພີນ ແຂວງສະຫວັນນະເຂດເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ມີເສັ້ນທາງໄປມາຫາສູ່ກັນຫຍຸ້ງຍາກ ແລະ ຖືກຕັດຂາດໃນລະດູຝົນ ການເຂົ້າເຖິງການບໍລິການ ທາງດ້ານພື້ນຖານໂຄງລ່າງທີ່ສໍາຄັນ ໃນການດໍາລົງຊີວິດ ເປັນຕົ້ນ ການສືກສາ ,ສາທາລະນະສຸກ , ການຄົມມະນາຄົມ ແມ່ນ ມີຄວາມຫຍຸ້ງຍາກຫຼາຍ ໃນເມື່ອກ່ອນ ກໍຄືໃນ ສຸມປີ 2002 ຄືນຫຼັງ  ສະນັ້ນ ໃນເມືອ ທລຍ ໄດ້ໃຫ້ ເຂົ້າມາໃຫ້ການຊ່ວຍເຫຼືອ ເມືອງພີນ ກຸ່ມບ້ານ ຍາງ ກໍໄດ້ເປັນກຸ່ມບ້ານເປົ້າໝາຍຕາມເງື່ອນໄຂການຊ່ວຍເຫຼືອ ຂອງ ທລຍ. ເຊິ່ງໃນກຸ່ມບ້ານດັ່ງກ່າວນີ້ ລວມມີທັງໝົດຈໍານວນ 10 ບ້ານ ແລະ ໜຶ່ງໃນນັ້ນກໍແມ່ນ ບ້ານ ໂພນໄຊ ເຊິ່ງແມ່ນບ້ານທີ່ ນາງ ພິມໃຈ ເກດສີແພງ, ອາຍຸ 35 ປີ, ຜູ້ປະສານງານດີເດັ່ນ, ເຜົ່າ ຜຸ້ໄທ ທີ່ໄດ້ອາໃສຢູ່.

    ໃນການຈັດຕັ້ງປະຕິບັດຕາມຮູບແບບ ຊຸມຊົນມີສ່ວນຮ່ວມ ຕັ້ງແຕ່ຕົ້ນ ໂດຍບໍ່ຍົກເວັ້ນຜູ້ໃດ  ນັບແຕ່ການມີສ່ວນຮ່ວມໃນການວາງແຜນຢູ່ຂັ້ນບ້ານ ຂັ້ນກຸ່ມ ແລະຂັ້ນເມືອງ ຈົນຮອດ ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ແລະການປົກປັກຮັກສາຄຸ້ມຄອງນໍາໃຊ້, ໃນເວລາມີການວາງແຜນ ໃນຂັ້ນບ້ານ  ນາງພີມ ໃຈກໍໄດ້ເຂົ້າຮ່ວມ ດ້ວຍຄວາມເອົາໃຈໃສ່ ແລະ ໄດ້ສະແດງຄວາມສາມາດໃນການປະກອບຄໍາຄິດຄໍາເຫັນ ເພື່ອຄັດເລືອກເອົາໂຄງການຕ່າງໆ ເຂົ້າເປັນແຜນພັດທະນາຂອງບ້ານຮ່ວມກັບ ກຸ່ມຂອງຜູ້ຍິງພາຍໃນບ້ານ ແລະ ໃນເມື່ອ ມີການຄັດເລືອກເອົາຕົວແທນ ຂອງບ້ານ ເພື່ອໄປຮ່ວມ ກອງປະຊຸມວາງແຜນພັດທະນາຢູ່ຂັ້ນກູ່ມ ລາວກໍເປັນຜຸ່ໜື່ງ ໃນ 4 ຄົນທີ່ເປັນຕົວແທນຂອງບ້ານ ຍິງ 2 ຊາຍ 2(ຕາມຫຼັກການ ຕົວແທນບ້ານ 4 ທ່ານໃນນັ້ນຕ້ອງມີຜູ້ຍິ່ງນ້ອຍສຸດ 2ຄົນ)  ແລະ ນອກຈາກນັ້ນ ລາວກໍຍັງໄດ້ຮັບຄວາມໄວ້ວາງໃຈເລືອກເປັນຕົວແທນກຸ່ມບ້ານເພື່ອເຂົ້າກອງປະຊຸມ ຈັດລຽງບຸລິມະ ສິດແລະຕັດສີນຢູ່ໃນຂັ້ນເມືອງອີກດ້ວຍ.

   ອິງຕາມຮູບແບບການຈັດຕັ້ງປະຕິບັດໂຄງການ ທລຍ ໃນໄລຍະ ທີ 1 ພາລະບົດບາດຂອງຕົວແທນກຸ່ມບ້ານ ແມ່ນໄດ້ເປັນຜູ້ຕິດຕາມກວດການການຈັດຕັ້ງປະຕິບັດ ແລະຍັງແມ່ນ ເປັນຜູ້ບໍລິຫານ-ຄຸ້ມຄອງ ງົບປະມານຂອງກຸ່ມບ້ານອີກດ້ວຍ.

  ສະນັ້ນຜ່ານການຈັດຕັ້ງປະຕິບັດວຽກງານ ຮ່ວມກັບ ທລຍ ບວກກັບຄວາມຫ້າວຫັນ ເປັນເຈົ້າການ ມີຄວາມຮັບຜິດຊອບສູງ ແລະໄດ້ຜ່ານການຝືກອົບຮົມຈາກ ທລຍ ໃນວຽກງານຕ່າງໆ ໄດ້ເຮັດໃຫ້ ລາວມີຄວາມເຂັ້ມແຂງ ບໍ່ວ່າຈະເປັນການເວົ້າຈາທີ່ມີເອກກະລັກ ຂອງເຜົ່າຜູ້ໄທ ຄວາມຮູ້ຄວາມສາມາດ ໃນການຈົດບັນທຶກ ການຄິດໄລ່ ການຄຸ້ມຄອງ ບໍລິຫານງົບປະມານຂອງກຸ່ມ ລາວກໍສາມາດເຮັດໄດ້ດີ ແລະ ໄດ້ຮັບຄວາມໄວ້ເນື້ອ ເຊື່ອໃຈຈາກທີມງານດ້ວຍກັນ.

  ຕົກມາຮອດ ທລຍ ໄລຍະທີ່ສອງ ລາວກໍໄດ້ຮັບຄວາມໄວ້ວາງໃຈ ຈາກຊຸມຊົນພາຍໃນກຸ່ມບ້ານ ກໍຄືຈາກຕົວແທນຂອງແຕ່ລະບ້ານ ຄັດເລືອກໃຫ້ລາວ ເປັນຜູ້ປະສານງານກຸ່ມບ້ານ ເຊິ່ງຈະໄດ້ມີພາລະບົດບາດທີ່ປ່ຽນໄປອີກກ້າວໜຶ່ງ ເຊີ່ງຕ້ອງໄດ້ຮັບໜ້າທີ່ໃນການປະສານງານ ອໍານາດການປົກຄອງແຕ່ລະບ້ານພາຍໃນກຸ່ມ, ປະສານກັບຜູ້ຊີ້ນໍາກຸ່ມບ້ານ,ປະສານກັບ ທລຍ ຂັ້ນເມືອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ພາຍໃນກຸ່ມບ້ານ ເປັນຕົ້ນວຽກງານ ທລຍ ແລະ ຍັງມີວຽກປີ່ນອ້ອມ ທີ່ຂື້ນກັບ 4-5 ຂະແໜງການອີກດ້ວຍ ເພື່ອເຮັດໃຫ້ຂະບວນການຫຼຸດຜ່ອນຄວາມທຸກຍາກພາຍໃນກຸ່ມບ້ານທີ່ໄດ້ຮັບຜິດຊອບນັ້ນ ບັນລຸເປົ້າໝາຍ ຢ່າງມີປະສິດທິຜົນດີ.

  ຍ້ອນພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບ ພ້ອມດ້ວຍຄວາມຮັບຜິດຊອບທີ່ມີຢູໃນໃຈຂອງລາວ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນແຕ່ລະບ້ານພາຍໃນກຸ່ມ ທີ່ລາວຮັບຜິດຊອບ ໄດ້ມີໃບໜ້າໃໝ່ ລາວສາມາດມາດນໍາພາ ແລະ ເປັນຜູ້ອໍານວຍຄວາມສະດວກ ໃນການວາງແຜນໃຫ້ໄດ້ເປັນໄປຕາມຈຸດປະສົງ-ເປົ້າໝາຍ ຂອງການຊ່ວຍເຫຼືອ ເຮັດໃຫ້ ຊຸມຊົນໃນຫຼາຍບ້ານສາມາດຫຼຸດຜ່ອນຄວາມທຸກຍາກ ໄດ້ຫຼາຍດ້ານ ສາມາດເຂົ້າເຖິງການ ບໍລິການທາງດ້ານສາທາລະນະສຸກ ມີນໍ້າສະອາດໃຊ້, ເດັກນ້ອຍໃນໄວຮຽນ ສາມາດໄດ້ເຂົ້າໂຮງຮຽນ ຢູ່ກັບບ້ານ ຫຼື ບ້ານໃກ້ຄຽງ , ການໄປມາ ມີຫລາຍເສັ້ນທາງທີ່ສາມາດໄປໄດ້ທັງ 2ລະດູ ແລະ ປະຈຸບັນນີ້ ລາວກໍໄດ້ກາຍເປັນ ຜູ້ປະສານງານທີ່ມີຄວາມເຂັ້ມແຂງ  ກ້າສະແດງອອກທາງການປາກເວົ້າ ປຶກສາຫາລືກັບບທິມງານທຸກພາກສ່ວນ ແລະ ມີຄວາມສາມາດປຸກລະດົມ ຊຸກຍູ້ຊຸມຊົນ ໃຫ້ມີແນວຄິດການພັດທະນາໄດ້ດີ  ແລະ ສ້າງຄວາມເຊື່ອໝັ້ນ, ຄວາມເຂັ້ມແຂງທີ່ໜັກແໜ້ນໃຫ້ແກ່ຊຸມຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ກ່ຽວກັບຂະບວນການພັດທະນາ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຄື: ຄວາມເປັນເຈົ້າການໃນການກໍ່ສ້າງໂຄງການຍ່ອຍ ໃນບ້ານຕ່າງໆ  ໂດຍສະເພາະບ້ານທີ່ໄດ້ຮັບການສະໜັບສະໜູນການກໍ່ສ້າງໂຄງການຍ່ອຍໄປແລ້ວນັ້ນໄດ້ມີຄວາມເປັນເຈົ້າການໃນການ ປົກປັກຮັກສາຄຸ້ມຄອງນໍາໃຊ້.

          ນາງ ພິມໃຈ ລາວຂໍສະແດງຄວາມຮູ້ບຸນຄຸນທີ່ ພໍ່ແມ່ປະຊາຊົນ ກໍຄືຊຸມຊົນພາຍໃນແຕ່ລະບ້ານ ຂອງກຸ່ມ ໄດ້ເປີດໂອກາດໃຫ້ຜູ້ຍິງມີຄວາມສາມາດກ້າວໜ້າຂຶ້ນ ມີບົດບາດ ແລະ ຂໍສະແດງຄວາມຮູ້ບຸນຄຸນມາຍັງພັກ-ລັດ ກໍຄື ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ໃນແຕ່ລະໄລຍະ ໄດ້ເຮັດໃຫ້ ລາວສະສົມປະສົບການ ຈົນກາຍເປັນຜູ້ປະສານງານຍິງທີ່ມີຄວາມເຂັ້ມແຂງແລະ ຊຸກຍູ້ໃຫ້ຊຸມຊົນໃນກຸ່ມບ້ານຂອງລາວ ມີຄວາມກະຕືລື່ນລົ້ນໃນການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

          ສະນັ້ນ ຈຶ່ງເວົ້າໄດ້ວ່າ ນາງ ພິມໃຈ ເກດສີແພງ ກຸ່ມຍາງ ເປັນຜູ້ປະສານງານກຸ່ມບ້ານທີ່ມີຄວາມເຂັ້ມແຂງ ແລະ ສາມາດເປັນແບບຢ່າງໃຫ້ແກ່ ຜູ້ປະສານງານຍິງກຸ່ມບ້ານອື່ນໆໄດ້ ເຊີ່ງການຈັດຕັ້ງປະຕິບັດວຽກງານຂອງ ຜູ້ປະສານງານ ຍິງຜູ້ນີ້ ກໍສາມາດພິສູດໄດ້ວ່າ ການໄດ້ໂອກາດ ບວກກັບຄວາມສາມາດທີ່ໄດ້ມາຈາກ ການຝືກອົບຮົມ ແລະ ປະສົມການ ສາມາດເຮັດໃຫ້ປະສົບຜົນສໍາເລັດ ເຖິງວ່າຈະແມ່ນຜົນສໍາເລັດເລັກໆນ້ອຍໆ ກໍແມ່ນເປັນພື້ນຖານໃຫ້ແກ່ການປ່ຽນແປງ ເພື່ອຈະຜັກດັນໃຫ້ແກ່ ຜູ້ຍິງໃນສັງຄົມ ໄດ້ເຫັນວ່າ ພວກເຂົາກໍສາມາດເຮັດໄດ້ ແລະ ພ້ອມແລ້ວທີ່ຈະຮ່ວມມື ກັບ ທລຍ ໃນຂະບວນການພັດທະນາຂອງແຕ່ລະບ້ານ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ຈົນກາຍເປັນບ້ານພັດທະນາ ຕາມທິດ ສາມສ້າງຂອງພັກແລະ ລັດຖະບານ.