ຜົນສໍາເລັດຂອງວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເມືອງຫຼາ

Posting Date: 
22 Jul 2021

 

ຜົນສໍາເລັດຂອງວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເມືອງຫຼາ

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖືເອົາວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ເປັນວຽກງານໜຶ່ງທີ່ສໍາຄັນ ຕາມສີ່ແຜນງານ ຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ພວມສຸມໃສ່ຢ່າງຈິງຈັງຢູ່ເມືອງຫຼາ, ແຂວງອຸດົມໄຊ ໂດຍກວມເອົາ 5 ບ້ານເປົ້າໝາຍ ຄື:  ບ້ານ ຫ້ວຍສູ, ບ້ານ ສາມັກຄີໄຊ, ບ້ານ ໂພນໄຊ , ບ້ານ ຫ້ວຍຫຼາ ແລະ ບ້ານ ບວມສົ້ມ.

 

ໃນໄລຍະ 6 ເດືອນຜ່ານມາ, ສຳລັບວຽກງານກະສິກໍາ ແລະ ປັບປຸງຊິວິດການເປັນຢູ່ ໄດ້ສຳເລັດການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 25 ກຸ່ມ, ມີສະມາຊິກທັງໝົດ 290 ຄົນ, ມີເງິນທ້ອນທັງໝົດ 21.454.000 ກີບ ແລະ ໄດ້ປ່ອຍກູ້ໃຫ້ສະມາຊິກ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງລາຍຮັບ ເປັນຕົ້ນແມ່ນການປູກ ການລ້ຽງ ຈໍານວນ 7.400.000 ກີບ.

 

ສຳລັບວຽກງານ ໂພຊະນາການ ໄດ້ລົງເຄື່ອນໄຫວຊຸກຍູ້ສົ່ງເສີມການປຸງແຕ່ງອາຫານເສີມໃຫ້ກຸ່ມໂພຊະນາການຄື: ກຸ່ມແມ່ຍິງຖືພາ, ແມ່ລູກອ່ອນ, ເດັກອາຍຸ 0-5 ເດືອນ ແລະ ກຸ່ມແມ່ລ້ຽງເດັກ, ເດັກອາຍຸ 6-23 ເດືອນ ໄດ້ກິນອາ ຫານຖືກຕາມຫຼັກໂພຊະນາການ  ປັດຈຸບັນມີສາມະຊິກ ກພກ ເດັກ 0-5 ເດືອນ 14 ຄົນ, ຍິງ 11 ຄົນ, ແມ່ລູກອ່ອນ (0-5 ເດືອນ) 14 ຄົນ, ແມ່ຖືພາ 18 ຄົນ, ເດັກ 6-23 ເດືອນ 70 ຄົນ, ຍິງ 43 ຄົນ, ແມ່ຂອງເດັກ 6-23 ເດືອນ  69 ຄົນ.

 

ສະນັ້ນ; ຈຶ່ງເວົ້າໄດ້ວ່າໃນໄລຍະ 6 ເດືອນຜ່ານມາ ທິມງານ ທລຍ ເມືອງຫຼາ ສາມາດສະໜັບສະໜູນວຽກງານດັ່ງກ່າວນັ້ນຢ່າງມີຜົນສໍາເລັດ ແລະ ໄດ້ວາງແຜນວຽກໃນ 6 ເດືອນທ້າຍປີ2021 ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້.