ຝຶກອົບຮົມການເປັນຄູຝຶກໃນການໄລ່ລຽງເສດຖະກິດຄອບຄົວ

Posting Date: 
06 Jul 2021

 

ຝຶກອົບຮົມການເປັນຄູຝຶກໃນການໄລ່ລຽງເສດຖະກິດຄອບຄົວ

 

ໃນວັນທີ 5 ກໍລະກົດ 2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າ ໄມ້, ຂະແໜງກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ທລຍ ໄດ້ຈັດກອງປະຊຸມທາງໄກ ຝຶກອົບຮົມການເປັນຄູຝຶກໃນການໄລ່ລຽງເສດຖະກິດຄອບຄົວ ໃຫ້ແກ່ພະນັກງານເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານຂອງເມືອງຄໍາ.

 

ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເປັນການສ້າງຄວາມສາມາດໃຫ້ແກ່ພະນັກງານຂັ້ນເມືອງ ແລະ ຂັ້ນບ້ານ ຢ່າງເລີກເຊິ່ງກ່ຽວກັບການວິເຄາະ ແລະ ການຄິດໄລ່ລຽງເສດຖະກິດຄອບຄົວ ກ່ອນການດຳເນີນກິດຈະກຳສ້າງລາຍຮັບ/ທຸລະກິດຂອງສະມາຊິກ ກຊກ ແລະ ເພື່ອໃຫ້ ພະນັກງານທັງໝົດ ມີຄວາມສາມາດນໍາໄປຜັນຂະຫຍາຍຜ່ານການຈັດຝຶກອົບຮົມຕໍ່ໃຫ້ແກ່ຊາວບ້ານຢູ່ເຂດພື້ນທີ່ເປົ້າໝາຍໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ນອກນັ້ນຍັງສາມາດນໍາໃຊ້ກັບທຸລະກິດຂອງຄອບຄົວຕົນເອງໄດ້ ເປັນຕົ້ນແມ່ນ, ການວິເຄາະ ເຖິງທ່າແຮງ,ຈຸດດີ ແລະ ຈຸດອ່ອນ, ຂໍ້ຫຍຸ້ງຍາກ ແລະ ຄວາມຕ້ອງການຂອງຕະຫຼາດ ຕໍ່ສິນຄ້າທີ່ຈະຜະລິດຄິດໄລ່ຕົ້ນທຶນ ລວມທັງໄລ່ລຽງ ເສດຖະກິດ ທີ່ປະກອບມີ ລາຍຈ່າຍ, ລາຍຮັບ ແລະ ຜົນກໍາໄລ ທີ່ໄດ້ມາຈາກການລົງທຶນ.

 

ເພື່ອໃຫ້ວຽກງານດັ່ງກ່າວຖືກຈັດຕັ້ງປະຕິບັດສອດຄ່ອງກັບຮອບວຽນການເຮັດວຽກຂອງໂຄງການ ການດໍາເນີນຝຶກອົບຮົມໃຫ້ຊາວບ້ານເປົ້າໝາຍຕໍ່ນັ້ນຈະໄດ້ເລີ່ມຈັດຕັ້ງປະຕິບັດໃນກາງເດືອນກໍລະກົດນີ້ຈົນເຖິງເດືອນກັນຍາ2021 ຈຶ່ງຈະສໍາເລັດຕາມເປົ້າໝາຍທີ່ວາງໄວ້.