ຝຶກອົບຮົມວິທີປ້ອງກັນການລະບາດພະຍາດໂຄວິດ -19

Posting Date: 
12 Jan 2021

 

ຝຶກອົບຮົມວິທີປ້ອງກັນການລະບາດພະຍາດໂຄວິດ -19

 

ອີງໃສ່ສະພາບການລະບາດພະຍາດໂຄວິດ-19 ໃນປະຈຸບັນ ຢູ່ບັນດາປະເທດໃກ້ຄຽງເພີ່ມຂຶ້ນຢ່າງແຜ່ຫຼາຍ, ສະນັ້ນ; ເພື່ອປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະສະເພາະກິດປ້ອງກັນການລະບາດພະຍາດໂຄວິດ-19 ດັ່ງນັ້ນ ໃນປະຈຸບັນ ໂດຍສະເພາະ ເນັ້ນໃສ່ບ້ານທີ່ມີທີ່ຕັ້ງລຽບຕາມຊາຍແດນກ່ອນໝູ່ເປັນພິເສດ ຢູ່ 10 ແຂວງ (ຜົ້ງສາລີ, ຫຼວງນໍ້າທາ,ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫັວນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ທີ່ກວມເອົາ 35 ເມືອງ ແລະ 900 ບ້ານ, ໂຮງຮຽນ 92  ແຫ່ງ ເປົ້າໝາຍ ຂອງໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ.

 

ໂຄງການປ້ອງກັນ ການລະບາດພະຍາດໂຄວິດ -19 ຢູ່ຮາກຖານຊຸມຊົນ ຊົນນະບົດ ຢູ່ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກອົງການເພື່ອການພັດທະນາ ແລະຮ່ວມມືຂອງປະເທດສະວິດເຊີແລນ ຫຼື SDC ຈໍານວນເງິນ 500.000 US$ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້.  

 

ປະຈຸບັນ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນເມືອງ ຮ່ວມກັບ ຫ້ອງການວິຊາການທີ່ກ່ຽວຂ້ອງຂັ້ນເມືອງເຊັ່ນ: ຫ້ອງການສາທາລະນະສຸກ, ສະຫະພັນແມ່ຍິງລາວ ແລະ ຫ້ອງການສຶກສາ ແລະ ກິລາ ພວມຂຸ້ນຂ້ຽວດໍາເນີນ ຝຶກອົບຮົມວິທີປ້ອງກັນ ການລະບາດພະຍາດໂຄວິດ -19 ທີ່ຍັງຂາດຄວາມຮູ້, ຄວາມເຂົ້າໃຈ ແລະ ຂາດອຸປະກອນເຄື່ອງມື ເພື່ອປ້ອງກັນ ພະຍາດໂຄວິດ 19 ແມ່ນພາຍໃຕ້ການຮ່ວມມມື ແລະ ປະສານງານກັບ ກະຊວງສາທາລະນະສຸກ, ກິດຈະກໍາຫຼັກ ແມ່ນເລັງໃສ່ການປູກຈິດສໍານຶກ, ສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ, ຜະລິດເຄື່ອງມື ໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະບາດໃນເບື້້ອງຕົ້ນ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ນັກຮຽນ, ນັກສຶກສາ ຢູ່ໂຮງຮຽນສາມັນ ແລະ ວິຊາຊີບຕ່າງໆ ແລະ ຮຽນຮູ້ວິທີຜະລິດຜ້າອັດປາກ ໂດຍການນໍາໃຊ້ວັດຖຸທ້ອງຖິ່ນ ທີ່ຊຸມຊົນສາມາດຈັດຊື້ຈັດຫາໄດ້ດ້ວຍກໍາລັງແຮງທີ່ຕົນເອງມີ.

 

 ການຝຶກອົບຮົມດັ່ງກ່າວສໍາເລັດແລ້ວຫຼາຍກວ່າ 70% ແລ້ວ ແລະ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.