ຝຶກອົບຮົມວິທີປ້ອງກັນການລະບາດພະຍາດໂຄວິດ -19 ໃຫ້ຊຸມຊົນ

Posting Date: 
14 Jan 2021

 

ຝຶກອົບຮົມວິທີປ້ອງກັນການລະບາດພະຍາດໂຄວິດ -19 ໃຫ້ຊຸມຊົນ

 

ເພື່ອເປັນການສືບຕໍ່ສະກັດກັ້ນການລະບາດພະຍາດໂຄວິດ-19 ໃນປະຈຸບັນ ກໍຄືຢູ່ບັນດາປະເທດໃກ້ຄຽງເພີ່ມຂຶ້ນຢ່າງແຜ່ຫຼາຍ ແລະ ເພື່ອປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະສະເພາະກິດປ້ອງກັນການລະບາດພະຍາດໂຄວິດ-19

 

ດັ່ງນັ້ນ, ໃນວັນທີ 11/01/2021 ຜ່ານມາ ຢູ່ທີ່ບ້ານ ໂພນໂຮມ, ເມືອງຄຳ, ແຂວງຊຽງຂວາງ ໄດ້ຈັດຝຶກອົບຮົມວິທີການປ້ອງກັນ ແລະ ວິທີຜະລິດຜ້າອັດປາກ ຕ້ານພະຍາດໂຄວິດ- 19 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ສອນເພັດ ເລຂາພັກບ້ານ-ນາຍບ້ານໆໂພນໂຮມ ໂດຍແມ່ນກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນເມືອງ ຮ່ວມກັບ ຫ້ອງການວິຊາການທີ່ກ່ຽວຂ້ອງຂັ້ນເມືອງເຊັ່ນ: ຫ້ອງການສາທາລະນະສຸກ, ສະຫະພັນແມ່ຍິງລາວ ແລະ ຫ້ອງການສຶກສາ ແລະ ກິລາ ດໍາເນີນ ຝຶກອົບຮົມວິທີປ້ອງກັນ ການລະບາດພະຍາດໂຄວິດ -19ໃນນີ້ລວມມີ 2 ພາກ: ພາກທີດສະດີີລວມໄປເຖິງໂຄສະນາກ່ຽວກັບສາຍເຫດທີ່ພາໃຫ້ເກີດພະຍາດໂຄວິດ 19  ແລະ ເສັ້ນທາງທີ່ສາມາດຕິດເຊື້ອພະຍາດໂຄວິດ, ວິທີການປ້ອງກັນ, ການຮັກສາຄວາມສະອາດ, ກິນສະອາດ ແລະ ຢູ່ສະອາດ, ພາກທີ່ 2 ຝຶກອົບຮົມຕົວຈິງໃນການຜະລິດຫຍິບອັດປາກໃຫ້ແກ່ຊຸມຊົນ ຜ່ານການຝຶກອົບຮົມເຫັນວ່າຊຸມຊົນສາມາດກໍາໄດ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ແລະ ສາມາດຜະລິດຜ້າປິດປາກດ້ວຍຕົວເອງ.