ຝຶກອົົບຮົມການສ້າງຄູຝຶກໃຫ້ພະນັກງານ ທລຍ ກ່ຽວກັບ ລະບົບຖານຂໍ້ມູນແບບອອນລາຍຂອງ ທລຍ 3 ໄລຍະທຶນເພີ່ມຕື່ມ

Posting Date: 
11 Nov 2020

 

ຝຶກອົົບຮົມການສ້າງຄູຝຶກໃຫ້ພະນັກງານ ທລຍ ກ່ຽວກັບລະບົບຖານຂໍ້ມູນແບບອອນລາຍຂອງ ທລຍ3 ໄລຍະທຶນເພີ່ມຕື່ມ

 

ວຽກງານຕິດຕາມ-ປະເມີນຜົນ ເປັນວຽກງານໃຈກາງ ໃນການຕີລາຄາຜົນໄດ້ຮັບຂອງການຈັດຕັ້ງປະຕິ ບັດວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ, ການພັດທະນາລະບົບປະເມີນຜົນທີ່ທັນສະໃໝກໍຖືວ່າເປັນຈຸດສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ແລະ ຕ້ອງມີບຸກຄະລາກອນທີ່ເຂົ້າໃຈ ສາມາດນໍາໃຊ້ລະບົບດັ່ງກ່າວ ໃຫ້ໄດ້ຮັບຜົນດີ ໂດຍສະເພາະ ຢູ່ຂັ້ນທ້ອງຖິ່ນ. ສະນັ້ນ, ການຝຶກອົບຮົມເພື່ອສ້າງຄູຝຶກກ່ຽວກັບລະບົບຖານຂໍ້ມູນແບບອອນລາຍຂອງ ທລຍ 3 ໄລຍະທຶນເພີ່ມຕື່ມ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 02-04 ພະຈິກ 2020 ຜ່ານມາ ໂດຍໄດ້ເລືອກເອົາຕາງໜ້າ ພະນັກງານຂັ້ນບ້ານ, ເມືອງ ແລະ ແຂວງ ຜູ້ທີ່ມີຄວາມຊໍານານດ້ານໄອທີ ແລະ ມີພື້ນຖານກ່ຽວກັບຂໍ້ມູນ-ຂ່າວສານ ມາຝຶກອົບຮົມໃນຄັ້ງນີ້.

 

ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ສີສະຫວັດ ເກີດກອງ, ຮອງຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ມີຜູ້ເຂົ້າຮ່ວມຂອງພະນັກງານ ທລຍ ຈາກ 4 ແຂວງຄື: ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ແຂວງຊຽງຂວາງ ແລະ ພະນັກງານ ທລຍ ສູນກາງ ລວມທັງໝົດ 38 ທ່ານ, ຍິງ 07 ທ່ານ.

 

ຊຸດຝຶກອົບຮົມຄັ້ງນີ້ ວິທະຍາກອນແມ່ນມາຈາກບໍລິສັດເອັມທີເອັດ    ( MTS) ໄດ້ຝຶກວິທີການປ້ອນຂໍ້ມູນເຂົ້າໃນລະລົບຖານຂໍ້ມູນ. ຈຸດປະສົງ ແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ທລຍ ຂັ້ນບ້ານ, ຂັ້ນມືອງ ແລະ ຂັ້ນແຂວງ ຜູ້ທີ່ມີຄວາມຮູ້ ແລະ ເຕັກນິກການນໍາໃຊ້ ເຕັກໂນໂລຊີ ຄອມພີວເຕີ ເພື່ອເປັນຄູຝຶກ ໃຫ້ກັບທີມງານ ແຂວງ, ເມືອງ ແລະ ບ້ານເປົ້າໜາຍຂອງ ທລຍ ໃຫ້ຮູ້ນໍາໃຊ້ ແທບເລັດໃນການປ້ອນຂໍ້ມູນ.

 

ນອກນັ້ນ ນັກສໍາມະນາກອນ ຍັງໄດ້ຮຽນຮູ້ ແລະ ເຂົ້າໃຈ ເປົ້າໝາຍສູ້ຊົນຂອງ ທລຍ, ບັນດາຕົວຊີ້ວັດຜົນການຈັດຕັ້ງປະຕິບັດຂອງແຕ່ລະວຽກງານ, ຄວາມໝາຍຄວາມສໍາຄັນຂອງຂໍ້ມູນ-ຂ່າວສານ ແລະ ແບບຟອມທີ່ຈະໄດ້ຖືກນໍາໃຊ້ໃນແຕ່ລະໄລຍະ, ການນໍາໃຊ້ແບບຟອມເພື່ອບັນທຶກຜົນຂອງການຈັດຕັ້ງປະຕິບັດຕົວຈິງທີ່ເປັນຂໍ້ມູນໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ, ຮຽນຮູ້ສ່ວນປະກອບຕ່າງໆທີ່ມີໃນລະບົບຖານຂໍ້ມູນແບບອອນລາຍ ແລະ ລະອຽດການປ້ອນຂໍ້ມູນທີ່ເປັນຜົນການຈັດຕັ້ງປະຕິບັດວຽກງານຕົວຈິງ ເຂົ້າໃນລະບົບ, ໂດຍສະເພາະແມ່ນ ການປ້ອນຂໍ້ມູນ ກອງປະຊຸມ ການຝຶກອົບຮົມ, ການຈັດຕັ້ງປະຕິບັດວຽກງານ ແລະ ການຢ້ຽມຢາມຕ່າງໆ, ການປ້ອນຂໍ້ມູນ ການມີສ່ວນຮ່ວມສະແດງຄໍາຄິດ-ຄໍາເຫັນຂອງຊຸມຊົນ ແລະ ສັງຄົມ ເຂົ້າໃນຂະບວນການຈັດຕັ້ງປະຕິບັດວຽກງານຂອງ ທລຍ, ການປ້ອນຂໍ້ມູນ ການຄຸ້ມຄອງຄວາມສ່ຽງໄພພິບັດ, ການປ້ອນຂໍ້ມູນວຽກງານປັບປຸງຊີວິດການເປັນຢູ່, ວຽກງານໂພຊະນາການ, ຂໍ້ມູນທີ່ເປັນຜົນການຈັດຕັ້ງປະຕິບັດຕົວຈິງ ທີ່ມີຢູ່ໃນລະບົບຖານຂໍ້ມູນໃໝ່, ໄດ້ສຶກສາການວິເຄາະຂໍ້ມູນ ແລະ ການປຸງແຕ່ງຂໍ້ມູນ ເພື່ອການລາຍງານຕ່າງໆ.

 

ຜ່ານການຝຶກອົບຮົມຄັ້ງນີ້ ເຫັນວ່ານັກສໍາມະນາກອນ ມີຄວາມເຂົ້າໃຈດີ ແລະ ສາມາດນໍາໃຊ້ໄດ້ຕາມລະດັບຄາດໝາຍ.