ມອບທຶນໝູນວຽນໃຫ້ບ້ານເມືອງນາມີ ເພື່ອສົ່ງເສີມການປູກການລ້ຽງ

Posting Date: 
05 Aug 2021

 

ມອບທຶນໝູນວຽນໃຫ້ບ້ານເມືອງນາມີ ເພື່ອສົ່ງເສີມການປູກການລ້ຽງ

 

ໃນຕອນເຊົ້າ ຂອງວັນທີ5 ສິງຫາ 2021ທລຍ ເມືອງກັວນ, ແຂວງຫົວພັນ ສົມທົບການນຳເມືອງ ໄດ້ລົງມອບເງິນຕົ້ນທຶນໝູນວຽນສົ່ງເສີມການປູກການລ້ຽງ ໃຫ້ຄະນະບໍລິຫານກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແລະ ຄະນະບໍລິຫານກອງທຶນບ້ານ (ຄບກ) ຂອງບ້ານເມືອງນາມີ ຈໍານວນ 5 ກຸ່ມ, ມີສະມາຊິກທັງໝົດ 75 ຄົນ, ມູນຄ່າຕົ້ນທຶນທັງໝົດ 82,800,000 ກີບ ເພື່ອເປັນທຶນໝູນນໍາໃຊ້ເຂົ້າໃນການປູກການລ້ຽງ ເຮັດໃຫ້ຄອບຄົວ ມີຄວາມຢູ່ດີກິນດີ ແລະ ສ້າງລາຍຮັບເພີ້ມ ກ້າວໄປສູ່ ການຫຼຸດພົ້ນອອກຈາກຄວາມທຸກຍາກ. ບ້ານເມືອງນາມີປະກອບມີ 125 ຄົວເຮືອນ, ພົນລະເມືອງທັງໝົດ 592 ຄົນ, ຍິງ 285 ຄົນ.

 

ການມອບເງິນຕົ້ນທຶນໝູນວຽນສົ່ງເສີມການປູກການລ້ຽງດັ່ງກ່າວ ເປັນກິດຈະກໍາການປັບປຸງຊີວິດການເປັນຢູ່ ເປັນກິດຈະກໍາໜຶ່ງທີ່ສໍາຄັນຂອງການຈັດຕັ້ງປະຕິບັດວຽກງານຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ຂື້ນກັບກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ຂອງ 12 ເມືອງ ໃນແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ມີຄວາມຢູ່ດີກິນດີ.