ມອບທຶນໝູນວຽນ ສະໜັບສະໜູນກິດຈະກຳສ້າງລາຍຮັບ (ການປູກ-ການລ້ຽງ) ໃຫ້ 4 ບ້ານເປົ້າໝາຍ ທລຍ, ເມືອງນາໝໍ້, ແຂວງອຸດົມໄຊ

Posting Date: 
03 Sep 2021

ມອບທຶນໝູນວຽນ ສະໜັບສະໜູນກິດຈະກຳສ້າງລາຍຮັບ (ການປູກ-ການລ້ຽງ) ໃຫ້ 4 ບ້ານເປົ້າໝາຍ ທລຍ,

ເມືອງນາໝໍ້, ແຂວງອຸດົມໄຊ

 

ໂດຍ: ພອນສັກ ວິໄລທອງ, ຫົວໜ້າທີມ ທລຍ ເມືອງຫຼາ ແລະ ເມືອງນາໝໍ້

 ໃນລະຫວ່າງວັນທີ 24-27 ສິງຫາ 2021 ຄະນະນຳຂັ້ນເມືອງ, ຕາງໜ້າໂດຍທ່ານ ບຸນທຽນ ສີປະເສີດ ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ ພ້ອມດ້ວຍ ຜູ້ປະສານງານ ທລຍ ເມືອງ, ທີມງານ ທລຍ ຂັ້ນເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານ, ຜູ້ຮັບຜິດຊອບວຽກງານປັບປຸງຊິວິດການເປັນຢູ່ຂັ້ນບ້ານ ໄດ້ຈັດພິທີມອບ-ຮັບ ເງິນຕົ້ນທຶນໝູນວຽນ ຈໍານວນທັງໝົດ 220.800.000ກີບ ໃຫ້ແກ່ຄະນະກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແລະ ຄະນະບໍລິຫານກອງທຶນບ້ານ (ຄບກ) ຢູ່ 4 ບ້ານເປົ້າໝາຍ ພາຍໃນເມືອງນາໝໍ້ ຄື: ບ້ານ ໝາກຈຸກ, ບ້ານ ປາງສາ, ບ້ານ ນາຖົ່ວ ແລະ ບ້ານສະກົ້ວ ໃນນີ້ມີກຸ່ມ ກຊກ 20 ກຸ່ມ, ມີສະມາຊິກ ທັງໝົດ 200 ຄົນ, ຍິງ 199 ຄົນ.

ເງິນຕົ້ນທຶນທີ່ມອບໃນຄັ້ງນີ້ ແມ່ນເພື່ອເປັນຕົ້ນທຶນໃຫ້ ສະມາຊິກ ກຊກ ໃນ 4 ບ້ານ ເປົ້າໝາຍດັ່ງກ່າວ ເພື່ອສະໜັບສະໜູນກິດຈະກຳສ້າງລາຍຮັບເຂົ້າສູ່ຄອບຄົວຂອງຕົນ ເປັນຕົ້ນ ການປູກ-ການລ້ຽງ ແລະ ຫັດຖະກຳ ໄດ້ນໍາໃຊ້ເຂົ້າໃນການສ້າງກິດຈະກໍາສ້າງລາຍຮັບ ຊ່ວຍໃຫ້ຄອບຄົວຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ເງິນຕົ້ນທຶນທັງໝົດນີ້ ແມ່ນມອບໃຫ້ຄະນະບໍລິຫານກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ແລະ ຄະນະບໍລິຫານກອງທຶນບ້ານ ເປັນຜູ້ບໍລິຫານຄຸ້ມຄອງດ້ວຍຕົນເອງ ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າການຂອງຊຸມຊົນ ໃຫ້ນຳໃຊ້ທຶນຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍ ພ້ອມຮັບປະກັນຄວາມໂປງໃສຮ່ວມກັນຂອງຊຸມຊົນພາຍໃນບ້ານ.

 

ກິດຈະກຳປັບປຸງຊີວິດການເປັນຢູ່ເປັນກິດຈະກຳໜຶ່ງທີ່ສຳຄັນຂອງການຈັດຕັ້ງປະຕິບັດວຽກງານໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫລີກ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ຂອງ 12 ເມືອງ ໃນແຂວງ ຜົ້ງສາລີ, ຫົວພັນ,       ຊຽງຂວາງ ແລະ ອຸດົມໄຊ ແລະ ທັງປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມາດຖານພົ້ນທຸກ ຕາມດໍາລັດ 348/ນຍ ໃຫ້ປະກົດຜົນເປັນຈິງ.