ມອບທຶນໝູນວຽນ ສະໜັບສະໜູນກິດຈະກຳສ້າງລາຍຮັບ (ການປູກ-ການລ້ຽງ) ໃຫ້ 5 ບ້ານເປົ້າໝາຍ ທລຍ, ເມືອງຫຼາ, ແຂວງອຸດົມໄຊ

Posting Date: 
01 Sep 2021

ມອບທຶນໝູນວຽນ ສະໜັບສະໜູນກິດຈະກຳສ້າງລາຍຮັບ (ການປູກ-ການລ້ຽງ) ໃຫ້ 5 ບ້ານເປົ້າໝາຍ ທລຍ,

ເມືອງຫຼາ, ແຂວງອຸດົມໄຊ

 

ໂດຍ: ພອນສັກ ວິໄລທອງ, ຫົວໜ້າທີມ ທລຍ ເມືອງຫຼາ ແລະ ເມືອງນາໝໍ້

 

ໃນລະຫວ່າງວັນທີ 24-27 ສິງຫາ 2021 ຜ່ານມາ, ຄະນະນຳຂັ້ນເມືອງ, ຕາງໜ້າໂດຍທ່ານ ເນັງເຮີ ເລຍເຊີ, ກຳມະການພັກເມືອງ, ຮອງເຈົ້າເມືອງຫຼາ ແລະ ທ່ານ ພິມມະແສນ ຄູນສິລິວົງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຫຼາ ພ້ອມດ້ວຍຜູ້ປະສານງານ ທລຍ ເມືອງ, ທີມງານ ທລຍ ຂັ້ນເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານ ທີ່ຮັບຜິດຊອບວຽກງານປັບປຸງຊິວິດການເປັນຢູ່ຂັ້ນບ້ານ ໄດ້ຈັດພິທີມອບ-ຮັບ ເງິນຕົ້ນທຶນໝູນວຽນ ຈໍານວນທັງໝົດ 320,160,000 ກີບໃຫ້ແກ່ຄະນະບໍລິຫານກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແລະ ຄະນະບໍລິຫານກອງທຶນບ້ານ (ຄບກ) ຢູ່ 5 ບ້ານເປົ້າໝາຍ ພາຍໃນເມືອງຫຼາ ຄື: ບ້ານບວມສົມ, ບ້ານຫ້ວຍຫຼາ, ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍສູ້ ຊຶ່ງມີກຸ່ມ ກຊກ 25 ກຸ່ມ ແລະ ສະມາຊິກກຸ່ມທັງໝົດ 290 ຄົນ (ຍິງ 289 ຄົນ).

ເງິນຕົ້ນທຶນທີ່ມອບຮັບໃນຄັ້ງນີ້ ແມ່ນເພື່ອເປັນຕົ້ນທຶນໃຫ້ສະມາຊິກກຸ່ມ ກຊກ ໃນ 5 ບ້ານເປົ້າໝາຍດັ່ງກ່າວ ນໍາໃຊ້ເຂົ້າໃນການສ້າງກິດຈະກຳສ້າງລາຍຮັບຂອງຄອບຄົວ ເປັນຕົ້ນແມ່ນ ການປູກ-ການລ້ຽງ ແລະ ຫັດຖະກຳອື່ນໆ ເພື່ອຊ່ວຍໃຫ້ຄອບຄົວຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ເງິນຕົ້ນທຶນທັງໝົດນີ້ ແມ່ນມອບໃຫ້ຄະນະບໍລິຫານກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ ແລະ ຄະນະບໍລິຫານກອງທຶນບ້ານ ເປັນຜູ້ບໍລິຫານຄຸ້ມຄອງດ້ວຍຕົນເອງ ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າການຂອງຊຸມຊົນ ໃຫ້ນຳໃຊ້ທຶນຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍ ພ້ອມຮັບປະກັນຄວາມໂປງໃສຮ່ວມກັນຂອງຊຸມຊົນພາຍໃນບ້ານ.