ມອບເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ໃນຊົນນະບົດ ຫ່າງໄກສອກຫຼີກ ສປປ ລາວ Donation to Help Poor People in Rural and Remote Area of Lao

Posting Date: 
26 Jan 2021

 

ມອບເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ໃນຊົນນະບົດ ຫ່າງໄກສອກຫຼີກ ສປປ ລາວ

 

Donation to Help Poor People in Rural and Remote Area of Lao

ໃນວັນທີ 26 ມັງກອນ 2021 ຄອບຄົວຈັນທະວີສຸກ, ຄອບຄົວຫຼວງຫຼາດ, ຄອບຄົວຈັນດາລາ ແລະ ຄອບຄົວຫຼວງສີວົງສາໄດ້ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນຈໍານວນໜຶ່ງໃຫ້ ທລຍ ເພື່ອສົ່ງຕໍ່ໄປຊ່ວຍເຫຼືອຜູ້ທຸກຍາກ ໃນເຂດຊົນນະບົດ ຈໍານວນ 8 ແກັດ ແລະ ປື້ມຂຽນ 100 ໜ້າຈໍານວນໜຶ່ງຫໍ່, ຊຶ່ງຄິດເປັນມູນຄ່າທັງໝົດ 4.000.000 ກີບ, ເພື່ອຊ່ວຍບັນເທົາທຸກໄພໝາວຂອງພໍ່ແມ່ປະຊາຊົນບັນດາເຜົ່າ ກໍຄືນ້ອງນັກຮຽນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃນເຂດພາກ ເໜືອຂອງ ສປປ ລາວ ທີ່ກໍາລັງປະເຊີນໜ້າ ກັບອາກາດໜາວຢູ່ໃນປະຈຸບັນ, ໂດຍສະເພາະແມ່ນເຂດທຸກຍາກຫ່າງໄກສອກຫຼີກໃນພື້ນທີ່ເປົ້າໝາຍຂອງ ກອງທຶນຫຼຸດຜ່ອນຄວາມຍາກ (ທລຍ).

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ປະຊາຊົນບັນດາເຜົ່າ ຜູ້ທຸກຍາກ ແລະ ດ້ອຍໂອກາດ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງຄອບຄົວດັ່ງກ່າວທີ່ມີນໍ້າໃຈແບ່ງປັນ ແລະ ແບ່ງເບົາການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນຮ່ວມກັບ ທລຍ ດ້ວຍການອຸປະຖໍາເຄື່ອງດັ່ງກ່າວນີ້ໃຫ້ກັບພວກເຮົາ,  ຂໍອວຍພອນໄຊໃຫ້ ຄອບຄົວຂອງທ່ານ ຈົ່ງມີແຕ່ຄວາມສຸກ ແລະ ຈະເລີນກ້າວໜ້າໃນທຸລະກິດການງານ. ຫວັງຢ່າງຍິ່ງວ່າຈະໄດ້ຮັບການອຸປະຖໍາຈາກທ່ານຕື່ມອີກໃນຄັ້ງຕໍ່ໄປ

 

 

 

ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດຕິດຕໍ່ພົວພັນ ຫ້ອງການ ທລຍ ສູນກາງໄດ້ຕາມເບີໂທຂອງພວກເຮົາໄດ້:

 

 

ເບີໂທ ຫ້ອງການ:021-261479-80 ຫຼື

 

                                ເບີໂທ ແລະ ວອດແອບ:

 

                                ທ່ານ ແສງອາລຸນ ພິລາຈັນ: 020 55622205

 

ທ່ານ ດວງເພັດ ອິນທະວົງ: 020 2223 2409

 

ທ່ານ ໜູທອງ ສີຫານາມ: 020 5670 4441