ມອບເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ໃນຊົນນະບົດ ຫ່າງໄກສອກຫຼີກ ສປປ ລາວ Donation to Help Poor People in Rural and Remote Area of Lao

Posting Date: 
25 Jan 2021

 

ໃນວັນທີ 22 ມັງກອນ 2021 ສະຖາບັນບຸນເກີດ ສຶກສາໄດ້ມອບເຄື່ອງນຸ່ງຫົ່ມໃຫ້ ທລຍ ເພື່ອສົ່ງຕໍ່ໄປຊ່ວຍເຫຼືອຜູ້ທຸກຍາກ ໃນເຂດຊົນນະບົດ ຈໍານວນ 5 ແກັດ ແລະ 2 ຖົງໃຫຍ່, ຊຶ່ງຄິດເປັນມູນຄ່າທັງໝົດ 5.000.000 ກີບ, ເພື່ອຊ່ວຍບັນເທົາທຸກໄພໝາວຂອງພໍ່ແມ່ປະຊາຊົນບັນດາເຜົ່າ ກໍຄືນ້ອງນັກຮຽນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃນເຂດພາກ ເໜືອຂອງ ສປປ ລາວ ທີ່ກໍາລັງປະເຊີນໜ້າ ກັບບັນຫາດັ່ງກ່າວຢູ່ໃນປະຈຸບັນ, ໂດຍສະເພາະແມ່ນເຂດທຸກຍາກຫ່າງໄກສອກຫຼີກໃນພື້ນທີ່ເປົ້າໝາຍຂອງ ກອງທຶນຫຼຸດຜ່ອນຄວາມຍາກ (ທລຍ) ຊຶ່ງພະນັກງານຂັ້ນບ້ານ ຂອງພວກເຮົາ ກໍາລົງເຄື່ອນໄຫວ ສຸມໃສ່ຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂບັນຫາໂພຊະນາການໃຫ້ກັບແມ່ ແລະ ເດັກ ທີ່ເປັນອະນາຄົດຂອງຊາດ ໄປພອ້ມໆກັນກັບ ການຝຶກອົບຮົມ ການປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ເຜີຍແຜ່ຂໍ້ມູນຂ່າວສານ ຄວາມຮູ້ກ່ຽວກັບຜົນຮ້າຍຂອງພະຍາດ ເພື່ອເປັນການປຸກຈິດສໍານຶກ ໃຫ້ເຂົາເຈົ້າເອົາໃຈໃສ່ປັບປຸງ ວິຖີການດໍາລົງຊີວິດໃນຮູບແບບໃໝ່ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.

 

 ສະຖາບັນບຸນເກີດສຶກສາ ເປັນໂຮງຮຽນພາກເອກະຊົນແຫ່ງໜຶ່ງ ທີ່ເນັ້ນການພັດທະນາການຮຽນ-ການສອນ ສາຍສາມັນສຶກສາຈົນກາຍເປັນວິທະຍາໄລເຕັກນິກ ເຕັກໂນໂລຊີ ບີເອສວີ, ທີ່ໄດ້ສ້າງຂຶ້ນໃນປີ 2007 ຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ສະຖາບັນດັ່ງກ່າວ ເປັນສູນການສຶກສາທີ່ມີຄຸນນະພາບ ໃສ່ໃຈການຮຽນການສອນຂອງນັກຮຽນທຸກຂົ້ນຕອນ ນັບແຕ່ຊັ້ນລ້ຽງເດັກ, ອະນຸບານ, ປະຖົມ-ມັດທະຍົມສຶກສາ ແລະ ສາຍວິທະຍາໄລ ທີ່ໄດ້ຮັບອະນຸຍາດ ໃຫ້ເປີດການຮຽນ-ການສອນຈາກພັກ-ລັດຖະບານ ຢ່າງເປັນທາງການ ມາເປັນເວລາ 12 ປີແລ້ວ ແລະ ສາມາດຕອບສະໜອງຄວາມຕ້ອງການທາງດ້ານການສຶກສາໃຫ້ແກ່ສັງຄົມໄດ້ເປັນຢ່າງດີ ໄປຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງ ແລະ ການສົ່ງຄວາມຮູ້ສໍາລັບສາຍສາມັນສຶກສາ ໃຫ້ສອດຄ່ອງກັບ 5 ຫຼັກມູນການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ ເພື່ອໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ປະຊາຊົນບັນດາເຜົ່າ ຜູ້ທຸກຍາກ ແລະ ດ້ອຍໂອກາດ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ສະຖາບັນບຸນເກີດ ສຶກສາທີ່ມີນໍ້າໃຈແບ່ງປັນ ແລະ ແບ່ງເບົາການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນຮ່ວມກັບ ທລຍ ດ້ວຍການອຸປະຖໍາເຄື່ອງດັ່ງກ່າວນີ້ໃຫ້ກັບພວກເຮົາ,  ຂໍອວຍພອນໄຊໃຫ້ ສະຖາບັນຂອງທ່ານ ຈົ່ງມີແຕ່ຄວາມສຸກ ແລະ ຈະເລີນກ້າວໜ້າໃນທຸລະກິດການງານ  ເພີ່ມພູນການສຶກສາໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ນັກສຶກສາ. ຫວັງຢ່າງຍິ່ງວ່າຈະໄດ້ຮັບການອຸປະຖໍາຈາກທ່ານຕື່ມອີກໃນຄັ້ງຕໍ່ໄປ

 

 

 

ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດຕິດຕໍ່ພົວພັນ ຫ້ອງ ການ ທລຍ ສູນກາງໄດ້ຕາມເບີໂທຂອງພວກເຮົາໄດ້:

ເບີໂທ ຫ້ອງການ:021-261479-80 ຫຼື

 

                                ເບີໂທ ແລະ ວອດແອບ:

 

                                ທ່ານ ສີສະຫວັດ ເກີດກອງ: 020 5468 5241

 

              ທ່ານ ດຣ ນາງ ຄອນທິບ ພວງເພັດ: 020 91186644

 

     ທ່ານ ຫົງເງິນ ສະເດັດຕັນ: 020 55587815