ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ໃຫ້ຜູ້ທຸກຍາກ ຊົນນະບົດ ສປປ ລາວ

Posting Date: 
19 Jan 2021

 

ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ໃຫ້ຜູ້ທຸກຍາກ ຊົນນະບົດ ສປປ ລາວ

 

ເພື່ອເປັນການບັນເທົາທຸກຜົນກະທົບໄພໜາວຕໍ່ພໍ່ແມ່ປະຊາຊົນກໍຄືນ້ອງນັກຮຽນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຢ່າງໜັກໜ່ວງ ຢູ່ເຂດພາກເໜືອຂອງ ສປປ ລາວ ເຊິ່ງແມ່ນເຂດທຸກຍາກ ທຸລະກັນດານ ພື້ນທີ່ເປົ້າໝາຍຂອງ ກອງທຶນຫຼຸດຜ່ອນຄວາມຍາກ (ທລຍ). ໃນວັນທີ 19 ມັງກອນ 2021 ແມັກຟິດ ຂາຍອາຫານສັດ (MAXFISH SHOP) ຈຶ່ງໄດ້ມີນໍ້າໃຈມອບເຄື່ອງນຸ່ງຫົ່ມ ພ້ອມອຸປະກອນການຮຽນຈໍານວນໜຶ່ງໃຫ້ ທລຍ ເພື່ອສົ່ງຕໍ່ໃຫ້ຜູ້ທຸກຍາກ ຈໍານວນ 8 ແກັດ ຄິດເປັນມູນຄ່າ 4.000.000 ກີບ.

 

ໃນນາມກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍຄືປະຊາຊົນຜູ້ທຸກຍາກເຂດຫ່າງໄກສອກຫຼີກ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ແມັກຟິດ ຂາຍອາຫານສັດ (MAXFISH SHOP)ທີ່ມີນໍ້າໃຈໄດ້ຊ່ວຍອຸປະຖໍາເຄື່ອງດັ່ງກ່າວນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອຸປະຖໍາຈາກທ່ານຕື່ມອີກໃນຄັ້ງຕໍ່ໄປ

 

ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດຕິດຕໍ່ພົວພັນ ຫ້ອງການ ທລຍ ສູນກາງໄດ້ຕາມເບີໂທຂອງພວກເຮົາໄດ້:

 

021-261479-80 ຫລືສາມາດຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ:

 

ເບີໂທ ແລະ ວອດແອບ

 

ທ່ານ ສີສະຫວັດ ເກີດກອງ: 020 5468 5241

 

ທ່ານ ດຣ ນາງ ຄອນທິບ ພວງເພັດ: 020 9118 6644

 

ທ່ານ ຫົງເງິນ ສະເດັດຕັນ: 020 5558 7815

 

ທ່ານ ແສງທະວີ ສີຫາພອນ: 020 9800 7888

 

ທ່ານ ນາງ ສອນມະນີ ປະທຸມພອນ: 020 5519 6949

 

ທ່ານ ແສງອາລຸນ ພິລາຈັນ: 020 55622205

 

ທ່ານ ດວງເພັດ ອິນທະວົງ: 020 2223 2409

 

ທ່ານ ໜູທອງ ສີຫານາມ: 020 5670 4441