ມອບໂຄງການຍ່ອຍ 181 ໂຄງການ ໃຫ້ອົງການປົກຄອງເມືອງ ເປັນຜູ້ຕິດຕາມໃນການຄຸ້ມຄອງ ແລະ ປົກປັກຮັກສາໃຫ້ມີຄວາມຍືນຍົງ

Posting Date: 
11 Mar 2020

 

ມອບໂຄງການຍ່ອຍ 181 ໂຄງການ ໃຫ້ອົງການປົກຄອງເມືອງ ເປັນຜູ້ຕິດຕາມໃນການຄຸ້ມຄອງ ແລະ ປົກປັກຮັກສາໃຫ້ມີຄວາມຍືນຍົງ

 

ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) ແມ່ນການຈັດຕັ້ງໜຶ່ງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າ ໄມ້, ໄດ້ຮັບການສ້າງຕັ້ງຂື້ນ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 073/ນຍ ລົງວັນທີ 31 ພຶດສະພາ 2002  ໂດຍພາຍໃຕ້ການຊີ້ນໍາຂອງສະພາບໍລິຫານ ທລຍ ຊຶ່ງມີລັດຖະມົນກະຊວງກະສິກຳ ແລະ ປ່າໄມ້ ເປັນປະທານສະພາບໍລິຫານ, ມີຮອງລັດຖະມົນຕີກະຊວງການເງິນ ແລະ ຮອງລັດຖະມົນຕິກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານສະພາບໍລິຫານ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຮອງເຈົ້າ ແຂວງ ເປົ້້າໝາຍໂຄງການ ເປັນກໍາມະການສະພາບໍລິຫານ.

ຈຸດປະສົງຂອງໂຄງການ ແມ່ນ (1). ເພື່ອປັບປຸງ ການເຂົ້າເຖິງພື້ນຖານໂຄງລ່າງຂັ້ນພື້ນຖານຂະ   ໜາດນ້ອຍ ແລະ ການເຂົ້າເຖິງການບໍລິການຕ່າງໆ ຂອງ ຊຸມຊົນທຸກຍາກໃນເຂດຊົນນະບົດ ໂດຍຜ່ານຂະບວນການມີສ່ວນຮ່ວມຂອງຊຸມຊົນ ແລະ ຮັບປະກັນ ຄວາມຍືນຍົງ; (2). ສ້າງຂີດຄວາມສາມາດ ເພື່ອມອບສິດໃຫ້ຊາວບ້ານທຸກຍາກເປັນຜູ້ວາງແຜນ, ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງທຸກການລົງທຶນ ຢູ່ໃນບ້ານດ້ວຍຕົນເອງ ຕາມຮູບແບບການແບ່ງຂັ້ນຄຸ້ມຄອງ ແລະ  ຄວາມໂປ່ງໃສເປັນຫຼັກ ແລະ (3). ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນທ້ອງຖີ່ນ, ສະໜັບສະໜູນ ຂະບວນການຕັດສິນໃຈ ແລະ ການແກ້ໄຂຂໍ້ຂັດແຍ່ງແບບມີສ່ວນຮ່ວມຕັ້ງແຕ່ຂັ້ນບ້ານ, ກຸ່ມບ້ານ ແລະ ເມືອງ ໂດຍໃຫ້ມີສ່ວນກ່ຽວຂ້ອງຢ່າງກ້ວາງຂວາງຂອງຊາວບ້ານ, ໂດຍສະເພາະບ້ານທຸກຍາກ ທີ່ປະກອບດ້ວຍຊົນເຜົ່າ ແລະ ເພດຍິງ.

ຊຶ່ງການຈັດຕັ້ງປະຕິບັດ ແມ່ນນໍາໃຊ້ຮູບແບບການພັດທະນາໂດຍຊຸມຊົນເປັນເຈົ້າ ຫຼື CDDໂດຍຖືເອົາ 6 ຫຼັກການ ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ເຊັ່ນ: (1). ງ່າຍດາຍ ຊຸມຊົນສາມາດຈັດຕັ້ງປະຕິບັດໄດ້, (2). ໂປ່ງໃສ ແລະ ສາມາດກວດສອບໄດ້; (2). ການມີສ່ວນຮ່ວມຂອງທຸກໆພາກສ່ວນ ແລະ ສົ່ງເສີມສິດສະເໝີພາບຂອງແມ່ຍິງ, (4). ການປະກອບສ່ວນ ເພື່ອການພັດທະນາທີ່ຍືນຍົງ, (5). ການລົງທຶນທີ່ກຸ້ມຄ່າ ແລະ (6). ຢູ່ຄຽງຂ້າງຜູ້ທຸກຍາກ.

 

ທລຍ ໄດ້ໃຫ້ການສະໜັບສະໜູນເມືອງຄູນ ແຂວງຊຽງຂວາງແຕ່ປີ (2005-2019) ຊຶ່ງເປັນເວລາ 14 ປີ ໂດຍກວາມເອົາ 73 ບ້ານ,  9 ກຸ່ມບ້ານ ລວມຜູ້ໄດ້ ຮັບຜົນປະໂຫຍດທັງໝົດ 36.405 ຄົນ, ຍິງ 17.762 ຄົນ.  ບັນດາກິດຈະກໍາທີ່ ທລຍ ໄດ້ໃຫ້ການຊ່ອຍເຫຼືອ ປະກອບມີການກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍ, ລວມມູນຄ່າ ການຊ່ອຍເຫຼືອລວມເປັນ​ເງິນ​ທັງ​ໝົດ 37.4 ຕື້ກວ່າ ກີບ ຫຼືເທົ່າ​ກັບ 4.6 ລ້ານ ໂດ​ລ່າສະຫະລັດ ໃນນັ້ນ ປະກອບມີໂຄງການຍ່ອຍທັງໝົດ 181ໂຄງການ, ກວມເອົາຂະແໜງກະສິກຳ ແລະ ປ່າໄມ້ 12 ໂຄງການ, ຂະແໜງສາທາລະນະສຸກ 70 ໂຄງການ, ຂະແໜງສຶກສາ 50 ໂຄງການ, ຂະແໜງໂຍທາທິການ ແລະ ຂົນສົ່ງ 28 ໂຄງການ, ຝຶກ​ອົບ​ຮົມ​ຕ່າງໆ 21 ໂຄງ​ການ.

ມາຮອດປະຈຸບັນ ອາຍຸຂອງການຊ່ວຍເຫຼືອໄດ້ສິ້ນສຸດລົງ ໃນທ້າຍປີ 2019. ສະນັ້ນ, ເພື່ອຮັບປະກັນ ໃຫ້ເກີດມີຄວາມຕໍ່ເນື່ອງ ໃນການພັດທະນາ ກໍຄືເພື່ອເຮັດໃຫ້ ບັນດາກິດຈະກໍາ ທີ່ພັກ-ລັດ ໄດ້ຊ່ອຍເຫຼືອ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ. ພະແນກກະສິກຳ ແລະ ປ່າໄມ້ແຂວງ ຊຽງ​ຂວາງ ຈິ່ງໄດ້ມອບ ໃຫ້ອົງການປົກຄອງເມືອງ​ຄູນ ກໍຄືຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ສືບຕໍ່ ໃນການຕິດຕາມ, ແນະນໍາການຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ໂຄງການຍ່ອຍທີ່ ທລຍ ໄດ້ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ.

ສະນັ້ນ ໃນວັນທີ 10 ມີນາ 2020 ຈຶ່ງໄດ້ມີພິທີມອບຮັບໂຄງການດັ່ງກ່າວຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານວຽງໄຊ ວິໄລສັກ, ຮອງເຈົ້າເມືອງໆຄູນ ແລະ ການເຂົ້າຮ່ວມເປັນສັກຂີພະຍານຂອງອົງການ ປົກຄອງທ້ອງຖິ່ນ ຈໍານວນທັງໝົດ 45 ຄົນ, ຍິງ 12 ຄົນ.