ລາຍງານຫຍໍ້ຜົນຂອງການຈັດກອງປະຊຸມສໍາມະນາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການພັດທະນາ ໂດຍຊຸມຊົນເປັນເຈົ້າ

Posting Date: 
02 Dec 2019

ລາຍງານຫຍໍ້ຜົນຂອງການຈັດກອງປະຊຸມສໍາມະນາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການພັດທະນາ ໂດຍຊຸມຊົນເປັນເຈົ້າ

 

ໃນວັນທີ 29 ພະຈິກ 2019 ຜ່ານມາ, ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ລາຍງານຫຍໍ້ຜົນຂອງການຈັດກອງປະຊຸມສໍາມະນາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການພັດທະນາ ໂດຍຊຸມຊົນເປັນເຈົ້າ ຕໍ່ການນໍາກະຊວງກະສິກໍາ ແລະ ປ່າໄມ້ ຮັບຟັງການລາຍງານໂດຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.

ທ່ານ ຈິດ ທະວີໃສ ໄດ້ລາຍງານວ່າ: ຕະຫຼອດໄລຍະ 22-23 ພະຈິກ ຜ່ານມາ ໃນການສໍາມະນາໃນເທື່ອນີ້ ທີ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນດີ ໂດຍສະເພາະ ທາງ ສປ ຈີນ ແລະ ທະນາຄານໂລກ ມີຄວາມຍີນດີໃຫ້ການສະໜັບສະໜູນໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນຮູບແບບການພັດທະນາ ໂດຍຊຸມຊົນເປັນເຈົ້າ ເພາະການພັດທະນາໃນຮູບແບບດັ່ງກ່າວ ບໍ່ແມ່ນເປັນໂຄງການ ແຕ່ມັນເປັນຂະບວນການ ພັດທະນາດ້ານການເມືອງແນວຄິດ ເສດຖະກິດສັງຄົມ ທີ່ເລີ່ມແຕ່ຮາກຖານຂຶ້ນມາ, ເນື້ອແທ້ກໍ່ແມ່ນເປັນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.

 ທ່ານ ຈິດ ທະວີໃສ ໄດ້ລາຍງານຕື່ມວ່າ: ສປປ ລາວ ສາມາດເກັບກ່ຽວບົດຮຽນຫຼາຍຢ່າງຈາກບັນດາປະເທດໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຜູ້ເຂົ້າຮ່ວມພາຍໃນປະເທດ ແລະ ຈະໄດ້ນໍາເອົາບົດຮຽນດັ່ງກ່າວເຂົ້າຮ່າງແຜນງານໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ 2020-2030ໃຫ້ປະກົດຜົນເປັນຈິງເພື່ອເປັນຂອບການຮ່ວມມືໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ເພື່ອເປັນການລະດົມການຮ່ວມມື ກໍຄືການຊ່ວຍເຫຼືອຂອງສາກົນໃນຕໍ່ໜ້າ ໂດຍສະເພາະ ໃນເງື່ອນໄຂທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານການເງິນ, ງົບປະມານ ຫຍິ່ງມີຄວາມຮຽກຮ້ອງຕ້ອງການໃຫ້ມີຄວາມຊ່ວຍເຫຼືອຈາກພາຍນອກ ສຸມໃສ່ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນຕໍ່ໜ້ານີ້”.