ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງໃໝ່

Posting Date: 
09 Aug 2021

 

ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງໃໝ່

 

ໂດຍ: ແສງຄໍາ ດໍລໍຄໍາ

 

 

 

ໃນຕົ້ນເດືອນ ສິງຫາ 2021 ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໃໝ່, ແຂວງຜົ້ງສາລີ ໂດຍສະເພາະພະນັກງານຂັ້ນບ້ານ ຮ່ວມກັບຫ້ອງການສາທາເມືອງ ລົງຊຸກຍູ້ສົ່ງເສີມໃຫ້ຄວາມຮູ້ດ້ານອາຫານ ແລະ ໂພຊະນາການ, ໄດ້ນຳພາການແຕ່ງກິນໃຫ້ ກຸ່ມແມ່ຍິງຖືພາ, ແມ່ລູກອ່ອນ, ເດັກນ້ອຍອາຍຸ 0-5 ເດືອນ, ກຸ່ມແມ່ລ້ຽງເດັກ, ເດັກ ນ້ອຍອາຍຸ 6-23 ເດືອນ ແລະ ການເຮັດສາທິດກ່ຽວກັບການປ່ຽນແປງພຶດຕິກໍາການກິນອາຫານມີໂພຊະນາການ ແລະ ໃຫ້ຄວາມຮູ້ດ້ານໂພຊະນາການຕໍ່ສຸຂະພາບ ຮ່ວມກັບໂຄງການສື່ສານເພື່ອປ່ຽນແປງພຶດຕິກໍາດ້ານໂພຊະນາການ ຢູ່ 24 ບ້ານ, 27 ກຸ່ມເປົ້າໝາຍ ໃນນັ້ນ ມີຜູ້ເຂົ້າຮ່ວມທັງໝົດ 1.320 ຄົນ, ຍິງ 635 ຄົນ, ຊົນເຜົ່າ 757 ຄົນ. ໃນນັ້ນ, ມີແມ່ຍິງຊົນເຜົ່າມົ້ງ 4 ຄົນ, ກຶມມຸ 23 ຄົນ, ບິດ 6 ຄົນ, ລາວແຊງ 4 ຄົນ, ເຜົ່າກໍ່ 359 ຄົນ ແລະ ເຜົ່າລາວ 361 ຄົນ. ການເຮັດສາທິດການປ່ຽນແປງພຶດຕິກໍາ ແລະ ໃຫ້ຄວາມຮູ້ດ້ານໂພຊະນາການໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ຊຸມຊົນໄດ້ຮຽນຮູ້ກ່ຽວກັບ  ໝວດອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງໜວດອາຫານ, ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ເພື່ອການຈະເລີນເຕີບໂຕຂອງເດັກ ແລະ ສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ລູກອອ່ນໃຫ້ມີສຸຂະພາບແຂງແຮງຂຶ້ນຢ່າງແທ້ຈິງ. ນອກຈາກນັ້ນ ແມ່ ຫຼື ຜູ້ດູແລເດັກ ຍັງໄດ້ຮຽນຮູ້ນະວັດຕະກໍາໃໝ່ ກໍຄືການນໍາໃຊ້ເຄື່ອງບົດ ບົດເຂົ້າຈ້າວ, ຖົ່ວຂຽວ ເພື່ອໄດ້ທາດແປ້ງທີ່ດີສໍາລັບການປຸງແຕ່ງອາຫານໃຫ້ເດັກ ອາຍຸ 6-23 ເດືອນ ຊຶ່ງມີກິ່ນຫອມ ເດັກນ້ອຍມັກ ລູກນ້ອຍໄດ້ກິນອາຫານທີ່ມີໂພຊະນາການ ພິເສດສາມາດເກັບໄວ້ໄດ້ 2 ອາທິດ ເຮັດໃຫ້ແມ່ ຫຼືຜູ້ດູແລເດັກໄດ້ມີເວລາໄປເຮັດວຽກອື່ນ.