ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ

Posting Date: 
11 Jun 2021

ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ

         

ໃນຕົ້ນເດືອນ ມິຖຸນາ 2021 ຜ່ານມາ, ພະນັກງານໂພຊະນາການ ກອງທຶນຫຼຸດຜ່ອນຄວາມທຸກຍາກປະຈໍາຢູ່ເມືອງຄໍາ ແຂວງຊຽງຂວາງ ໄດ້ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການໃຫ້ສະມາຊິກໂພຊະນາການ ຢູ່ບ້ານ ຊາມ, ເມືອງຄຳ, ແຂວງຊຽງຂວາງ ໃນການປຸງແຕ່ງອາຫານເສີມໃຫ້ 5 ກຸ່ມ ໂພຊະນາການຄື: ກຸ່ມແມ່ຍິງຖືພາ, ກຸ່ມແມ່ລູກອ່ອນ, ກຸ່ມເດັກອາຍຸ 0-5 ເດືອນ, ເດັກອາຍຸ 6-23 ເດືອນ ແລະ ກຸ່ມແມ່ລ້ຽງ ເດັກ ລວມທັງໝົດ 39 ຄົນ.

ການແຕ່ງກິນຄັ້ງນີ້ ໄດ້ເຮັດໃຫ້ ແຕ່ລະກຸ່ມໄດ້ຮັບອາຫານທີ່ມີໂພຊະນາການ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ເພື່ອການຈະເລີນເຕີບໂຕຂອງເດັກ ແລະ ສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ລູກອອ່ນມີສຸຂະພາບແຂງແຮງຂຶ້ນຕາມລໍາດັບ.