ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ

Posting Date: 
17 Jun 2021

 

ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ

 

 ໃນຕົ້ນເດືອນ ມິຖຸນາ 2021 ຜ່ານມາ ພະນັກງານໂພຊະນາການ ກອງທຶນຫຼຸດຜ່ອນຄວາມທຸກຍາກປະຈໍາຢູ່ເມືອງຫົວເມືອງ ແຂວງຫົວພັນ ໄດ້ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການໃຫ້ສະມາຊິກໂພຊະນາການ ຢູ່ບ້ານ ນໍ້າປ້ອງ, ເມືອງຫົວເມືອງ, ແຂວງຫົວພັນ ໃນການປຸງແຕ່ງອາຫານເສີມໃຫ້ກຸ່ມແມ່ຍິງຖືພາ, ແມ່ລູກອ່ອນ, ເດັກອາຍຸ 0-5 ເດືອນ, ແລະ ກຸ່ມແມ່ລ້ຽງເດັກ, ເດັກອາຍຸ 6-23 ເດືອນ ໃນນັ້ນ ລວມມີສະມາຊິກເຂົ້າຮ່ວມກິດຈະກໍາທັງໜົດ 25 ຄົນ.

 

ການແຕ່ງກິນຄັ້ງນີ້ ໄດ້ເຮັດໃຫ້ ແຕ່ລະກຸ່ມໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງໜວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ເພື່ອການຈະເລີນເຕີບໂຕຂອງເດັກ ແລະ ສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ລູກອອ່ນໃຫ້ມີສຸຂະພາບແຂງແຮງຂຶ້ນເປັນກ້າວໆ.