ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງຫຼາ ແລະ ນາໝໍ້

Posting Date: 
27 Jul 2021

 

ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງຫຼາ ແລະ ນາໝໍ້

 

ເພື່ອເປັນການຊຸກຍູ້ ສົ່ງເສີມດ້ານໂພຊະນາການໃຫ້ແກ່ກຸ່ມເປົ້າໝາຍ ຊຸມຊົນຢູ່ເມືອງຫຼາ ແລະ ນາໝໍ້, ແຂວງອຸດົມໄຊ ໃຫ້ມີຜົນສໍາເລັດຢ່າງທົ່ວເຖິງຄືກັບເມືອງເປົ້າໝາຍອື່ນໆ.

 

ໃນຕົ້ນເດືອນກໍລະກົດ2021 ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຫຼາ ແລະ ນາໝໍ້, ພະນັກງານຂັ້ນບ້ານ ແລະ ສາທາເມືອງ ລົງຝຶກອົບຮົມໃຫ້ຄວາມຮູ້ດ້ານໂພຊະນາການ ແລະ ໄດ້ນຳພາການແຕ່ງກິນໃຫ້ ກຸ່ມແມ່ຍິງຖືພາ, ແມ່ລູກອ່ອນ,ເດັກອາຍຸ0-5ເດືອນ,ແລະກຸ່ມແມ່ລ້ຽງເດັກ, ເດັກອາຍຸ6-23ເດືອນຢູ່ 19 ບ້ານ ໃນນັ້ນ ມີຜູ້ເຂົ້າຮ່ວມທັງໝົດ 2.571 ຄົນ, ຍິງ 1.682 ຄົນ, ຊົນເຜົ່າ 1.056 ຄົນ.

 

ການແຕ່ງຜ່ານມາໃນແຕ່ລະບ້ານຈະຊ່ວຍເຮັດໃຫ້ ແຕ່ລະກຸ່ມໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງ   ໜວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ເພື່ອການຈະເລີນເຕີບໂຕຂອງເດັກ ແລະ ສຸຂະພາບຂອງແມ່ຍິງຖືພາ ແລະ ແມ່ລູກອອ່ນໃຫ້ມີສຸຂະພາບແຂງແຮງຂຶ້ນຢ່າງແທ້ຈິງ.