ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ

Posting Date: 
21 Jul 2021

 

ລົງຕິດຕາມ ຊຸກຍູ້ສົ່ງເສີມວຽກງານໂພຊະນາການ

 

ໃນລະຫວ່າງວັນທີ 12-14 ກໍລະກົດ  2021 ພະນັກງານໂພຊະນາການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາຢູ່ເມືອງຫົວເມືອງ+ເມືອງຊ່ອນ ພ້ອມດ້ວຍ ຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງ ແລະ ພະນັກງານຫ້ອງການກະສິກຳ-ປ່າໄມ້ເມືອງ ສົມ ທົບກັບ ອຳນາດການປົກຄອງບ້ານ ໄດ້ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການໃຫ້ສະມາຊິກໂພຊະນາການ ຢູ່ 4 ບ້ານຂອງເມືອງຊ່ອນ:  ບ້ານຊ່ອນເໜືອ, ບ້ານຊ່ອນໃຕ້, ບ້ານຫ້ວຍເລົາ ແລະ ບ້ານ ເມືອງເກົ້າ  ໃນການປຸງແຕ່ງອາຫານເສີມໃຫ້ກຸ່ມແມ່ຍິງຖືພາ, ກຸ່ມແມ່ລູກອ່ອນ,ເດັກອາຍຸ 0-5 ເດືອນ, ແລະ ກຸ່ມແມ່ລ້ຽງເດັກ, ເດັກອາຍຸ 6-23 ເດືອນ ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 120 ຄົນ.

 

ການແຕ່ງອາຫານຄັ້ງນີ້ ໄດ້ເຮັດໃຫ້ ແຕ່ລະກຸ່ມໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງໜວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານແຕ່ລະໄລຍະ ເພື່ອການຈະເລີນເຕີບໂຕຂອງເດັກ ແລະ ສຸຂະພາບຂອງແມ່ຍິງຖືພາ ພ້ອມທັງແມ່ລູກອ່ອນມີສຸຂະພາບແຂງແຮງຂຶ້ນກວ່າເກົ່າ.