ລົງມືຈັດຕັ້ງປະຕິບັດຕາມແຜນການພັດທະນາ ຈຸດສຸມພັດທະນາ ບ້ານອ້າວ ແລະ ບ້ານອ້ອມ

Posting Date: 
01 Apr 2020

ລົງມືຈັດຕັ້ງປະຕິບັດຕາມແຜນການພັດທະນາ

ຈຸດສຸມພັດທະນາ ບ້ານອ້າວ ແລະ ບ້ານອ້ອມ

ເພື່ອສຶບຕໍ່ຜັນຂະຫຍາຍເນື້ອໃນຜົນຂອງກອງປະຊຸມ ຄັ້ງວັນທີ 13 ກຸມພາ 2020 ກ່ຽວກັບການຜັນຂະຫຍາຍດໍາລັດ ສະບັບເລກທີ 414/ລບ, ລົງວັນທີ 10 ທັນວາ 2019 ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ ທີ່ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ແລະ ຄັ້ງວັນທີ 13 ມີນາ 2020 ທີ່ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບຮູບແບບຂອງການແກ້ໄຂຄວາມທຸກຍາກທີ່ໄດ້ຜ່ານການທົດລອງຂອງກອງທຶນຫຼຸດຜ່ອນຄວາມທຸກຍາກມາເປັນເວລາ 8 ປີ (2012-2019) ຢ່າງໄດ້ຮັບຜົນດີຢູ່ແຂວງສະຫວັນນະເຂດ ແລະແຂວງຫົວພັນ(ກຸ່ມຊ່ວຍເຫຼືອກັນ ແກ້ໄຂຄວາມທຸກຍາກ) ໃຫ້ແກ່ຈຸດສຸມດັ່ງກ່າວ. ໃນລະຫວ່າງວັນທີ 26-28 ມີນາ 2020 ຜ່ານມາ ທາງຄະນະຮັບຜິດຊອບພັດທະນາຈຸດສຸມພັດທະນາ ບ້ານ ອ້າວ ແລະ ບ້ານອ້ອມໃນຄັ້ງນີ້ ປະກອບດ້ວຍ:

-      

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ;

-      

ກົມພັດທະນາຊົນນະບົດ ແລະ ສະຫະກອນ;

-      

ທະນາຄານນະໂຍບາຍ;

-      

ກົມກໍ່ສ້າງຮາກຖານ ກະຊວງປ້ອງກັນປະເທດ;

-      

ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊສົມບູນ;

-      

ກອງທຶນຫຼຸດຜ່ອນຄວາມທຸກຍາກ.

ໄດ້ລົງເຮັດວຽກ ຢ້ຽມຢາມຢູ່ບ້ານ ອ້ອມ ເມືອງ ອະນຸວົງ, ແຂວງໄຊສົມບູນ ພື້ນທີ່ຈະສ້າງເປັນສູນສາທິດວິທີການເຮັດກະສິກໍາສະອາດ ໃນເນື້ອທີ່ 26 ເຮັກຕາ ຊຶ່ງໃນການລົງເຮັດວຽກໃນຄັ້ງນີ້ໄດ້ຕົກລົງແບ່ງຄວາມຮັບຜິດຊອບຂອງແຕ່ລະພາກສ່ວນດັ່ງນີ້:

1.   

ກົມພັດທະນາຊົນນະບົດ ເປັນຜູ້ເກັບກຳຂໍ້ມູນ ເພື່ອຈະສ້າງຕັ້ງຄອບຄົວຕົວແບບປູກຜັກສະອາດໃນເຮືອນຮົມໃຫ້ເປັນສິນຄ້າ, ເວົ້າສະເພາະໃນລະດູຝົນ 2020 ເພື່ອສະຫນອງຕະຫຼາດຮັບໃຊ້ກອງປະຊຸມໃຫຍ່ຂອງແຂວງ;

2.  

ກົມສົ່ງເສີມເຕັກນິກ ຈະເປັນຜູ້ສະຫນອງດ້ານເຕັກນິກວິຊາການ ແລະ ກຳນົດເອົາການສ້າງຕັ້ງກຸ່ມການຜະລິດ ເນັ້ນໃສ່ ຄອບຄົວທີ່ທຸກຍາກປະກອບດ້ວຍ ບ້ານ ກໍໄຮ່, ບ້ານ ທຳໂລ້ ແລະ  ບ້ານ ອ້ອມ ໂດຍນຳໃຊ້ສູນກະສິກຳທີ່ກະຊວງປ້ອງກັນປະເທດ ໄດ້ສ້າງໄວ້ເປັນຈຸດສາທິດໃຫ້ແກ່ຄອບຄົວຕົວແບບປູກຜັກສະອາດ;

3.  

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກຳ ແລະ ປ່າໄມ້ ເປັນເສນາທິການຊ່ວຍປະສານງານດ້ານງົບປະມານລະຫວ່າງ ຫ້ອງການກະສິກຳ-ປ່າໄມ້, ທະນາຄານນະໂຍບາຍສາຂາປະຈຳແຂວງ ໄຊສົມບູນ ແລະ ປະສານກົມກໍ່ສ້າງຮາກຖານ, ກະຊວງປ້ອງກັນປະເທດ ເພື່ອການນ້ຳໃຊ້ສະຖານທີ່ສູນສາທິດທີ່ບ້ານອ້ອມ;

4.  

ທະນາຄານນະໂຍບາຍມີຫນ້າທີ່ ພິຈາລະນາດ້ານແຫລ່ງທຶນສະຫນອງກູ້ຢືມ;

5.  

ພະນັກງານຈາກສູນນ້ຳກະຈາ 1 ທ່ານ ແລະ ພະນັກງານຢູ່ພະແນກປູກຝັງ 1 ທ່ານ ເປັນພະນັກງານກະສິກຳຂັ້ນບ້ານປະຈຳຢູ່ສູນສາທິດບ້ານ ອ້ອມ ເປັນຜູ້ຕິດຕາມ ແລະ ເກັບກຳຂໍ້ມູນ ໃນການສ້າງຄອບຄົວຕົວແບບ.