ວຽກງານປັບປຸງຊີວິດການເປັນຢູ່ ຂອງໂຄງການ ທລຍ ຢູ່ 15 ບ້ານ ຂອງເມືອງບຸນໃຕ້

Posting Date: 
29 Jun 2021

ວຽກງານປັບປຸງຊີວິດການເປັນຢູ່ ຂອງໂຄງການ ທລຍ ຢູ່ 15 ບ້ານ ຂອງເມືອງບຸນໃຕ້

 

ກອງທຶນຫລຸດຜ່ອນຄວາມທຸກຍາກ ປະຈຳເມືອງບຸນໃຕ້, ແຂວງຜົ້ງສາລີ, ໄດ້ຖືກຈັດຕັ້ງປະຕິບັດທາງດ້ານວຽກງານ ໂພຊະນາການ, ປັບປຸງຊິວິດການເປັນຢູ່ ແລະ ວຽກງານໂຄງລ່າງພື້ນຖານທີ່ຕິດພັນກັບວຽກງານສ້າງລາຍຮັບໃຫ້ຊຸມຊົນ ທັງໝົດມີຈຳນວນ 7 ກຸ່ມບ້ານ, ລວມມີ 15 ບ້ານເປົ້າໝາຍ, ບ້ານດັ່ງກ່າວສ່ວນໃຫຍ່ເປັນບ້ານ ທຸລະກັນດານຫ່າງໄກສອກຫຼີກ ການດຳລົງຊີວິດປະຈຳວັນແມ່ນ ການເຮັດໄຮ່ ເຮັດນາ, ປູກຝັງ ແລະ ລຽ້ງສັດ ເນື້ອທີ່ທຳການຜະລິດແມ່ນເປັນເຂດພູສູງ ແລະ ມີເສັ້ນທາງເຂົ້າເຖິງໄດ້ຍາກ ໂດຍສະເພາະລະດູຝົນບາງບ້ານແມ່ນບໍ່ສາມາດເຂົ້າເຖິງໄດ້. ໃນນັ້ນວຽກງານປັບປຸງຊີວິດການເປັນຢູ່ເປັນວຽກໜຶ່ງທີ່ສໍາຄັນ ໃນ 15 ບ້ານ ປະກອບມີກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 77 ກຸ່ມ, ມີສະມາຊິກທັງໝົດ 961 ຄົນ, ນັບແຕ່ເດືອນມັງກອນຫາເດືອນມິຖຸນາ 2021ມີເງິນຝາກສະສົມທັງ ໝົດ54.319.000 ກີບ ເພື່ອນໍາໃຊ້ເຂົ້າໃນການລ້ຽງໝູ, ລ້ຽງແບ້, ລ້ຽງປາ, ລ້ຽງກົບ, ລ້ຽງເປັດ, ລ້ຽງໄກ່ ແລະ ປູກຜັກເສດຖະກິດ ຊຶ່ງຄາດວ່າໃນອະນາຄົດ 15 ບ້ານຈະສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.