ວຽກງານປັບປຸງຊີວິດການເປັນຢູ່ ຕິດພັນກັບ ກິດຈະກໍາ ກະສິກໍາ ແລະ ຫັດຖະກໍາຂອງ ທລຍ ມີທ່າຂະຫຍາຍຕົວຢ່າງເປັນຮູບປະທໍາ

Posting Date: 
08 Jul 2021

ວຽກງານປັບປຸງຊີວິດການເປັນຢູ່ ຕິດພັນກັບ ກິດຈະກໍາ

ກະສິກໍາ ແລະ ຫັດຖະກໍາຂອງ ທລຍ ມີທ່າຂະຫຍາຍຕົວຢ່າງເປັນຮູບປະທໍາ

ຜ່ານການກະກຽມ ແລະ ສ້າງຄວາມເຂັ້ມແຂງ ດ້ານການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ ພະ ນັກງານ ທລຍ ຂັ້ນເມືອງ, ຂັ້ນບ້ານ ແລະ ຊຸມຊົນໃນບ້ານເປົ້າໝາຍ ຂອງ ທລຍ ຢູ່ 12 ເມືອງ ຂອງ 4 ແຂວງ ຄື: ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງ ອຸດົມໄຊ ຊຶ່ງເປັນແຂວງເປົ້າໝາຍຂອງໂຄງການ ທລຍ III ໄລຍະເພິ່ມທຶນ ນັບແຕ່ປີ 2020 ເປັນຕົ້ນມາ ກໍເຫັນໄດ້ວ່າ ວຽກງານນີ້ ເລິ່ມມີທ່າເຕິບໃຫຍ່ຂະຫຍາຍຕົວຂຶ້ນຢ່າງເປັນຮູບປະທໍາ,  ເປັນຕົ້ນໄລຍະ 6 ເດືອນຕົ້ນປີຜ່ານມານີ້ ການຈັດຕັ້ງປະຕິບັດວຽກງານຂອງກຸ່ມຊ່ວຍເຫຼືອກັນ ເພື່ອແກ້ໄຂຄວາມ ທຸກຍາກ ຈໍານວນ ທັງໝົດ 970 ກຸ່ມ ຊຶ່ງມີສະມາຊິກທັງໝົດ 11.762 ຄົນ ສາມາດທ້ອນເງິນໄດ້ທັງໝົດ ຈໍານວນ 1.4 ຕື້ກວ່າ. ພາຍໃນເດືອນ ມີຖຸນາ 2021 ຜ່ານມາ ກຸ່ມ ກຊກ ໄດ້ເຄື່ອນໄຫວໜ້າວຽກຂອງຕົນເປັນປົກກະຕິ ເປັນຕົ້ນແມ່ນໄດ້ເຂົ້າຮ່ວມ ກອງປະຊຸມກຸ່ມ, ການຝາກເງິນ ແລະ ການປ່ອຍກູ້ທຶນ ໃຫ້ສະມາຊິກ 50 ຄົນ ເປັນມູນຄ່າທັງໝົດ 72 ລ້ານກີບ ສໍາລັບລົງທຶນໃສ່ກິດຈະກໍາສ້າງລາຍຮັບ ເຊັ່ນ: ລ້ຽງເປັດ, ລ້າງໄກ່, ລ້ຽງແບ້, ລ້ຽງໝູ, ລ້ຽງປາ, ລ້ຽງກົບ, ວຽກງານຫັດຖະກໍາ ແລະ ຈັກສານ, ປູກຝັງ ແລະ ອື່ນໆ.

ພາຍໃນເດືອນ ມີຖຸນາ ໄດ້ມີການປ່ອຍກູ້ໃຫ້ສະມາຊິກກຸ່ມ ກຊກ ທັງໝົດ 700 ລ້ານກວ່າກີບ ແລະ ມີຜູ້ໄດ້ຮັບເງິນກູ້ສະສົມທັງໝົດ 475 ຄົນ, ໃນນີ້ ມີແມ່ຍິງຈໍານວນ 453 ຄົນ.  ອັນນີ້ ສະແດງໃຫ້ເຫັນເຖິງຄວາມເຂັ້ມ ແຂງຂອງຄະນະຮັບຜິດຊອບບໍລິຫານ ກຊກ ບ້ານ ຊຶ່ງມີພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບທາງດ້ານການຄຸ້ມຄອງບໍລິຫານເງິນທ້ອນຂອງຕົນເອງໄດ້ດີຂຶ້ນ, ໝາຍຄວາມວ່າ ເຂົາເຈົ້າມີຄວາມພອ້ມໃນການຮັບເງິນຊ່ວຍເຫຼືອຈາກ ທລຍ ໄປສືບຕໍ່ຈັດຕັ້ງປະຕິບັດວຽກງານການຜະລິດໄດ້ແລ້ວ. ນອກຈາກນັ້ນ ຍັງມີເງິນກູ້ແກ້ໄຂສຸກເສີນໃຫ້ແກ່ສະມາຊິກຄອບຄົວ ທີ່ມີຄວາມຫຍຸ້ງຍາກ ທັງໝົດ 54 ລ້ານກີບ ຈໍານວນ 132 ຄອບຄົວ, ໃນນີ້ ແມ່ຍິງ 124 ຄອບຄົວ.

ສະນັ້ນ, ເຫັນໄດ້ຢ່າງຈະແຈ້ງວ່າ ກຸ່ມ ກຊກ ຢູ່ 12 ເມືອງ 4 ແຂວງ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ແລະ ຄາດວ່າໃນອະນາຄົດຈະສາມາດເຮັດໃຫ້ສະມາຊິກຂອງກຸ່ມດັ່ງກ່າວມີຢູ່, ມີກິນທີ່ດີ, ຢູ່ດີ ກິນດີ ມີສຸກ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.