ວຽກງານປັບປຸງຊີວິດການເປັນຢູ່ ທລຍ ມີທ່າກ້າວໜ້າ

Posting Date: 
01 Jun 2021

ວຽກງານປັບປຸງຊີວິດການເປັນຢູ່ ທລຍ ມີທ່າກ້າວໜ້າ

 

 ການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຢູ່ 12 ເມືອງ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ) ແມ່ນມີທ່າກ້າວໜ້າ ເຖິງແມ່ນວ່າ ຈະມີອຸປະສັກ ກ່ຽວກັບພະຍາດລະບາດ ໂຄວິດ-19 ກໍ່ຕາມ. ມາຮອດປະຈຸບັນ ມີກຸ່ມຊ່ວຍເຫຼືອກັນ ແກ້ໄຂຄວາມທຸກຍາກ(ກຊກ) ທັງໝົດ 959 ກຸ່ມ, ມີສະມາຊິກທັງໝົດ 11.762 ຄົນ ແລະ ມີເງິນທ້ອນທັງໝົດ ຫຼາຍກວ່າ 905 ລ້ານກີບ, ໃນນັ້ນ ພົ້ນເດັ່ນກວ່າໝູ່ ແມ່ນແຂວງຜົ້ງສາລີ ຊຶ່ງມີກຸ່ມ ກຊກ ຫລາຍກວ່າໝູ່ມີ 344 ກຸ່ມ ແລະ ມີສະມາຊິກທັງໝົດ 4.511 ຄົນ, ມີເງິນທ້ອນ ເຖີງ 240 ລ້ານກີບ. ສ່ວນອັບດັບຖັດລົງມາ ຫຼື ອັນດັບທີສອງ ແມ່ນແຂວງຊຽງຂວາງ ທີ່ສ້າງຕັ້ງກຸ່ມ ກຊກ ທັງໝົດ 261 ກຸ່ມ, ມີສະມາຊິກທັງໝົດ 3.202 ຄົນ ແລະ ເຂົາເຈົ້າ ມີເງິນທ້ອນ ທັງໝົດ ກວ່າ 233 ລ້ານກີບ. ອັນດັບທີ່ສາມແຂວງຫົວພັນມີ ກຸ່ມ ກຊກ ຈໍານວນ 259 ກຸ່ມ, ມີສະມາຊິກທັງໝົດ 3.051 ຄົນ, ມີເງິນທ້ອນ ກວ່າ 376 ລ້ານກີບ ແລະ ສ່ວນແຂວງອຸດົມໄຊມີກຸ່ມ ກຊກ ໜ້ອຍກວ່າໝູ່ມີ 95 ກຸ່ມ, ມີສະມາຊິກທັງໝົດ 998 ຄົນ, ມີເງິນທ້ອນ ກວ່າ 54 ລ້ານກີບ.

ໃນໄລຍະຜ່ານມາ ກຸ່ມ ກຊກ ດັ່ງກ່າວໄດ້ມີການເຄື່ອນໄຫວ ກູ້ຢືມເງິນໄປເຮັດກິດຈະກໍາສ້າງລາຍຮັບເຊັ່ນ: ລ້ຽງເປັດ, ລ້າງໄກ່, ລ້ຽງແບ້, ລ້ຽງໝູ, ລ້ຽງປາ, ລ້ຽງກົບ, ວຽກງານຫັດຖະກໍາ ແລະ ຈັກສານ ທີ່ມູນຄ່າໃນການລົງທຶນທັງໝົດ ຫຼາຍກວ່າກວ່າ 498 ລ້ານກີບ ແລະ ໄດ້ມີການສົ່ງເງິນກູ້ແລ້ວ ກວ່າ 9 ລ້ານກີບ ສ່ວນທີ່ເຫຼືອແມ່ນຢູ່ໃນໄລຍະສັນຍາກູ້ຢືມ. ຊຶ່ງເຫັນໄດ້ວ່າກຸ່ມ ກຊກ ຢູ່ 12 ເມືອງ 4 ແຂວງໄດ້ມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ມີທ່າກ້າວໜ້າພໍສົມຄວນ.