ສະມາຊິກກຸ່ມ ກຊກ ບ້ານບວກ ໄດ້ຮັບການຝຶກອົບຮົມເຕັກນິກການລ້ຽງເປັດ ແລະ ລ້ຽງໄກ່

Posting Date: 
31 Aug 2021

ສະມາຊິກກຸ່ມ ກຊກ ບ້ານບວກ ໄດ້ຮັບການຝຶກອົບຮົມເຕັກນິກການລ້ຽງເປັດ ແລະ ລ້ຽງໄກ່

ທ້າຍເດືອນສິງຫາ 2021, ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງກວນ  ໄດ້ສົມທົບກັບຄູຝຶກຈາກຫ້ອງການກະສິກຳ ແລະ ປ່າໄມ້ 1 ທ່ານ ລົງຝຶກອົບຮົມເຕັກນິກການລ້ຽງເປັດ, ລ້ຽງໄກ່ ໃຫ້ສະມາຊິກກຸ່ມ ກຊກ ຈໍານວນ 55 ຄົນ, ຍິງ 21 ຄົນ, ຊົນເຜົ່າລາວ ຢູ່ບ້ານບວກ, ເມືອງກວັນແຂວງຫົວພັນ ຊຶ່ງໃນການຝຶກອົບຮົມໃນເທື່ອນີ້ໄດ້ມີການລົງຝຶກພາກທິດສະດີ 60% ແລະ ສາທິດປະຕິບັດຕົວຈິງ 40% ໃນນັ້ນ ພາກປະຕິບັດຕົວຈິງ ສະມາຊິກ ກຊກ ດັ່ງກ່າວໄດ້ຮຽນຮູ້ ການເຮັດສູດອາຫານມັກຢວກກ້ວຍ ແລະ ການສັກຢາວັກຊິນປ້ອງກັນພະຍາດສັດປິກ ແລະ ວິທີຢອດຢາໄກ່ນ້ອຍອາຍຸ 0-7 ວັນ.

 

ການຝຶກອົບຮົມໃນເທື່ອນີ້ເຫັນໄດ້ວ່າມີຜົນປະໂຫຍດຫຼາຍ ເພາະວ່າເປັນການສິດສອນໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການຕົວຈິງ ແລະ ເປັນການສົ່ງເສີມ ສະມາຊິກກຸ່ມ ກຊກ ບ້ານບວກ ລ້ຽງສັດປີກ ເພື່ອແກ້ໄຂສະບຽງອາຫານໃນຄອບຄົວ ແລະ ຂາຍສ້າງລາຍຮັບເຂົ້າຄອບຄົວອີກດ້ວຍ. ຜ່ານການຝຶກອົບຮົມຄັ້ງນີ້ ຕີລາໄດ້ວ່າ ສະມາຊິກກຸ່ມລ້ຽງສັດປີກ ສາມາດກໍາໄດ້ບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢ່າງເລີກເຊິ່ງໄດ້ເຖິງ 85% ແລະ ຄາດວ່າເຂົາເຈົ້າຈະສາມາດນໍາເອົາຄວາມຮູ້ດັ່ງກ່າວລົງສູ່ຊີວິດຕົວຈິງຂອງເຂົາເຈົ້າຢ່າງມີຜົນສໍາເລັດ.