ສາວຄູຜູ້ທີ່ມີອຸດົມການ

Posting Date: 
10 Oct 2019

ສາວຄູຜູ້ທີ່ມີອຸດົມການ

ບ້ານປະເລາະ ກຸ່ມປະເລາະ ເມືອງນອງ ແຂວງສະຫວັນນະເຂດ ເປັນບ້ານຊົນເຜົ່າປະໂກະ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ຫ່າງຈາກເທດສະບານຂອງເມືອງປະມານ 40 ກິໂລແມັດ. ໃນຊ່ວງປີ 2006 ກ່ອນທີ່ ທລຍ ບໍ່ທັນເຂົ້າມາພັດທະນາ ເສັ້ນທາງໄປ -ມາມີຄວາມຫຍຸ້ງຍາກກັນດານ, ຖ້າຈະເດີນທາງມາເມືອງ ສ່ວນຫຼາຍແມ່ນນໍາໃຊ້ເສັ້ນທາງຫວຽດນາມ ແລະ ໃຊ້ເວລາເດີນທາງເກືອບໝົດມື້. ໃນດ້ານການສຶກສາຂອງເດັກມີຄວາມຫຍຸ້ງຍາກເຊັ່ນດຽວກັນ, ສິ່ງອໍານວຍຄວາມສະດວກຕ່າງໆ ຍັງຂາດແຄນຫຼາຍ ເຊັ່ນ: ບໍ່ມີຫ້ອງນໍ້າ, ບໍ່ມີນໍ້າກິນ-ນໍ້າໃຊ້ (ຕ້ອງໄປຕັກນໍ້າຫ້ວຍກ້ອງບ້ານທີ່ຫ່າງໄກຈາກໂຮງຮຽນ 1 ກິໂລແມັດ ມາໃຊ້ຢູ່ໂຮງຮຽນ).

           ນາງ ອໍາໄພ ທໍາມະວົງ  ອາຍຸ 24 ປີ ເປັນຄົນຢູ່ເມືອງນອງ.  ພາຍຫຼັງທີ່ລາວໄດ້ຮຽນຈົບຈາກວິທະຍາໄລຄູ ແຂວງສະຫວັນນະເຂດ ລາວເຫັນໄດ້ຄວາມຫຍຸ້ງຍາກການສຶກສາຂອງເດັກນ້ອຍຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ລາວກໍໄດ້ສະໝັກໄປສອນຢູ່ໂຮງຮຽນປະຖົມບ້ານປະເລາະ ໃນສົກຮຽນປີ 2012-13, ລາວບໍ່ໄດ້ພັກຢູ່ເຮືອນຊາວບ້ານ ເພາະຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃນຊ່ວງນັ້ນ ກໍຂັດສົນ ເພື່ອບໍ່ໃຫ້ເປັນພາລະຂອງຊາວບ້ານ ລາວຈຶ່ງໄດ້ຕັດສິນໃຈໄປພັກຢູ່ໂຮງຮຽນ. ເຖິງວ່າຈະມີຄວາມຫຍຸ້ງຍາກ ນາໆປະການ ລາວກໍ່ໄດ້ຕັດສິນໃຈສູງເພື່ອສິດສອນນ້ອງນັກຮຽນຢູ່ບ້ານປະເລາະໃຫ້ໄດ້ຮໍ່າຮຽນຄືເດັກນ້ອຍຢູ່ຕົວເມືອງ.

 ເມື່ອເຫັນຄວາມຈໍາເປັນຄືແນວນັ້ນ ໃນປີ 2015 ບ້ານປະເລາະ ຈຶ່ງສະເໜີຂໍການຊ່ວຍເຫຼືອຈາກ ທລຍ ໃນການສະໜັບສະໜູນໃນການກໍ່ສ້າງນໍ້າລິນ ໃນມູນຄ່າການກໍ່ສ້າງທັງໝົດ 239 ລ້ານກວ່າກີບ. ພາຍຫຼັງມີລະບົບນໍ້າ ຊາວບ້ານກໍ່ໄດ້ສ້າງຫ້ອງນໍ້າຂອງໂຮງຮຽນ ເປັນການແກ້ໄຂບັນຫາທີ່ເກີດຂຶ້ນໃນເມື່ອກ່ອນ ນອກຈາກນັ້ນວຽກງານດ້ານສຸຂະສຶກສາຂອງເດັກກໍ່ໄດ້ຮັບການປັບ ປຸງດີຂຶ້ນ.

ນັບວ່າ ເປັນເວລາ 5 ປີ ສາວຄູອໍາໄພ ໄດ້ອົດທົນສິດສອນຢູ່ໂຮງຮຽນຫຼັງນີ້ ໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ ສະນັ້ນ ເນື່ອງໃນໂອກາດວັນຄູແຫ່ງຊາດປີ 2019 ນີ້ ທລຍ ຂໍສະແດງຄວາມຍ້ອງຍໍສັນລະເສີນ ນໍ້າໃຈຕໍ່ສາວຄູອໍາໄພ ທີ່ມີອຸດົມການໃນທີ່ ໜຽວແໜ້ນ ແລະ ຍາມໃດກໍຢາກຊ່ວຍເດັກນ້ອຍໃນຊົນນະບົດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ດັ່ງຄໍາເວົ້າທີ່ວ່າ: ຖ້າຢາກແກ້ໄຂຄວາມທຸກຍາກ ຕ້ອງເອົາໃຈໃສ່ແກ້ໄຂບັນຫາການສຶກສາຂອງເດັກນ້ອຍໃນຊົນນະບົດ.