ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເຂດຫ່າງໄກສອກຫຼີກ

Posting Date: 
14 Jul 2021

 

ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເຂດຫ່າງໄກສອກຫຼີກ

 

ເພື່ອເປັນການຊຸກຍູ້ ສົ່ງເສີມດ້ານໂພຊະນາການໃຫ້ແກ່ຊຸມຊົນກຸ່ມເປົ້າໝາຍຢູ່ເມືອງສໍາພັນ, ແຂວງຜົ້ງສາລີ ສະນັ້ນ; ໃນວັນທີ 5 ກໍລະກົດ 2021 ທິມງານໂພຊະນາການ ກອງທຶນຫຼຸດຜ່ອນຄວາມຍາກ ປະຈຳເມືອງ ສຳພັນ ໄດ້ລົງຕິດຕາມ ຊຸກຍູ້ ສົ່ງເສີມວຽກງານໂພະຊນາການໃຫ້ແກ່ສະມາຊິກກຸ່ມໂພຊະນາການ ບ້ານ ສົມບຸນ, ເມືອງ ສຳພັນ; ໃນນັ້ນ ໄດ້ແນະນຳ ນໍາພາປຸງແຕ່ງອາຫານເສີມໃຫ້ແກ່ ແມ່ຍິງຖືພາ 6 ຄົນ, ແມ່ລູກອອ່ນ 7 ຄົນ  ແລະ ເດັກນ້ອຍອາຍຸ 6-23 ເດືອນ 29 ຄົນ.

 

ໃນການນໍາພາແຕ່ງກິນຄັ້ງນີ້ ໄດ້ຊ່ວຍເຮັດໃຫ້ສະມາຊິກແຕ່ລະຄົນໄດ້ຮັບອາຫານທີ່ຖືກຫຼັກໂພຊະນາການ ແລະ ຄຸນປະໂຫຍຂອງໝວດອາຫານຕ່າງໆ ພິເສດ ໄດ້ເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ຂັ້ນຕອນການປຸງແຕ່ງອາຫານເສີມໃຫ້ແກ່ເດັກ ມີໂພຊະນາການທີ່ດີປາສະຈາກການຂາດສານອາຫານຢ່າງແທ້ຈິງ.