ສ້າງຂະບວນການແກ້ໄຂຄວາມທຸກຍາກ ແລະ ໂພຊະນາການ ໂດຍໃຊ້ສີລະປະວັນນະຄະດີ ຢູ່ບ້ານສາມັກຄີໄຊ

Posting Date: 
28 Sep 2020

 

ສ້າງຂະບວນການແກ້ໄຂຄວາມທຸກຍາກ ແລະ ໂພຊະນາການ ໂດຍໃຊ້ສີລະປະວັນນະຄະດີ ຢູ່ບ້ານສາມັກຄີໄຊ

 

 

ພາຍຫຼັງສໍາເລັດ ກອງປະຊຸມແນະນໍາແລະບັ້ນຝຶກອົບຮົມວຽກງານປັບປຸງຊີວິດການເປັນຢູ່ສົ່ງເສີມໂພຊະນາການ ໃຫ້ພະນັກງານ ທລຍ ຂັ້ນບ້ານ ແຂວງຜົ້ງສາລີ ແລະ ອຸດົມໄຊ ໃນມື້ວັນທີ 27 ກັນຍາ 2020 ເພື່ອເປັນການສືບຕໍ່ສ້າງຂະບວນຮ່ວມກັບປະຊາຊົນບ້ານເປົ້າໝາຍ ທລຍ ໃນການແກ້ໄຂຄວາມທຸກຍາກ ແລະ ບັນຫາໂພຊະນາການ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຢ້ຽມຢາມ ພົບປະກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ພ້ອມທັງສ້າງຂະບວນການຮ່ວມກັບປະຊາຊົນ ໂດຍໃຊ້ສີລະປະວັນນະຄະດີ ລົງໂຄສະນາ ຢູ່ບ້ານສາມັກຄີໄຊ, ເມືອງຫຼາ ຊຶ່ງເປັນບ້ານເປົ້າໝາຍໜຶ່ງຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນການລົງຢ້ຽມຢາມ ແລະ ສ້າງຂະບວນການໃນຄັ້ງນີ້ ໃນຂະນະດຽວກັນ ກໍໄດ້ມອບເຄື່ອງນຸ່ງຫົ່ມໃຫ້ແກ່ພໍ໋ແມ່ປະຊາຊົນກໍຄືຄອບຄົວທຸກຍາກ ແລະ ອຸປະກອນການຮຽນໃຫ້ນ້ອງນ້ອຍນັກຮຽນບ້ານດັ່ງກ່າວຈໍານວນໜຶ່ງ.

 

ເຫັນໄດ້ວ່າໄດ້ຮັບຜົນດີໃນການສ້າງຂະບວນການແກ້ໄຂຄວາມທຸກຍາກ ແລະ ໂພຊະນາການ ໂດຍໃຊ້ສີລະປະວັນນະຄະດີ ໄປພ້ອມນໍາ ແລະ ຈະໄປນໍາໃຊ້ຮູບແບບລັກສະນະນີ້ໃນການແກ້ໄຂຄວາມທຸກຍາກຢູ່ບັນດາບ້ານເປົ້າໝາຍຂອງ ທລຍ ໃນຕໍ່ໜ້າ.

 

 ບ້ານສາມັກຄີໄຊ ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານໂພນໄຊ, ຫ່າງຈາກເມືອງຫຼາ 19 ກິໂລແມັດ, ປະກອບມີ ປະຊາກອນ 663 ຄົນ, ຍິງ 336 ຄົນ, ປະກອບມີ 195 ຄອບຄົວ. ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາ, ເຮັດສວນ, ປູກຝັງລ້ຽງສັດ.