ສ້າງຄວາມເຂັ້ມແຂງໃຫ້ ຄບກ

Posting Date: 
15 Mar 2021

 

ສ້າງຄວາມເຂັ້ມແຂງໃຫ້ ຄບກ

 

ເພື່ອເປັນສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະບໍລິຫານຄຸ້ມຄອງກອງທຶນບ້ານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງອຸດົມໄຊ ໄດ້ຝຶກອົບຮົມຄຸ້ມຄອງບັນຊີໃຫ້ຄະນະດັ່ງກ່າວ ຢູ່ 5 ບ້ານ ຂອງເມືອງຫຼາ ແລະ 14 ບ້ານ ຂອງເມືອງນາໝໍ້ ຊຶ່ງໄດ້ເລີ່ມຝຶກອົບຮົມມາແຕ່ວັນທີ 10 ມີນາ 2021 ມາຮອດປະຈຸບັນສໍາເລັດແລ້ວ 4 ບ້ານ ໃນນັ້ນ ມີຜູ້ເຂົ້າຮ່ວມທັງໝົດ108ຄົນ, ຍິງ84ຄົນ, ຊົນເຜົ່າ 58 ຄົນ ແລະສືບຕໍ່ຝຶກອົບຮົມໃຫ້ບັນດາບ້ານທີ່ເຫຼືອໃຫ້ສຳເລັດພາຍໃນວັນທີ28ມີນາ 2021 ທີ່ຈະມາເຖິງນີ້