ສໍາເລັດການລົງຕິດຕາມ ຊຸກຍູ້ ວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່, ສົ່ງເສີມໂພຊະນາການຢູ່ 27 ບ້ານເປົ້າໝາຍ ຫ່າງໄກສອກຫຼີກຂອງ ທລຍ ເມືອງຂວາ

Posting Date: 
16 Jul 2021

           ສໍາເລັດການລົງຕິດຕາມ ຊຸກຍູ້ ວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່, ສົ່ງເສີມໂພຊະນາການຢູ່ 27ບ້ານເປົ້າໝາຍ ຫ່າງໄກສອກຫຼີກຂອງ ທລຍ ເມືອງຂວາ

ໂດຍ:ປານີ ພິລາຜົນ

    

ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄລຍະທີ 3 ທຶນເພີ່ມຕື່ມ ປະຈໍາຢູ່ເມືອງຂວາ ແຂວງຜົ້ງສາລີ ໄດ້ເລີ່ມຈັດຕັ້ງປະຕິບັດວຽກໃນຕົ້ນປີ 2021​ ຕາມນະໂຍບາຍຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອປະຕິບັດກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ໂດຍສະໜັບສະໜູນໃຫ້ປະຊາຊົນທີ່ທຸກຍາກ ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການປູກ ການລ້ຽງ ແລະ ກິດຈະກໍາຕ່າງໆທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ໄປພ້ອມໆກັບການສົ່ງເສີ່ມການເຂົ້າເຖິງໂພຊະນາການທີ່ຖືກຫຼັກອະນາໄມ ເຮັດໃຫ້ເດັກນ້ອຍໃນອາຍຸ ແລະ ແມ່ຍິງຖືພາ ກໍຄືແມ່ລູກອ່ອນໄດ້ຮັບອາຫານທີ່ມີໂພຊະນາການ ເຮັດໃຫ້ສຸຂະພາບຂອງແມ່ ແລະ ການຈະເລີນຂອງເດັກຖືກຕ້ອງຕາມຫຼັກການ.

ມາຮອດປະຈຸບັນ ໃນຈໍານວນ 27 ​ບ້ານ ມີກຸ່ມ ກຊກ 118 ກຸ່ມ, ມີສະມາຊິກທັງໝົດ 1.604 ຄົນ, ຍິງ 1.583 ຄົນ, ໄດ້ລະດົມສະມາຊິກ ກຊກ ທ້ອນເງິນໄດ້ທັງໝົດ 127.199.000 ກີບ ແລະ ໄດ້ປ່ອຍກູ້ໃຫ້ສະມາຊິກ ກຊກ ໄປນໍາໃຊ້ເຂົ້າໃນກິດຈະກໍາສ້າງລາຍຮັບແລ້ວຈໍານວນໜຶ່ງ. ນອກນັ້ນ ຍັງມີກຸ່ມໂພຊະນາການບ້ານ (ກພກ) 8 ກຸ່ມ ຊຶ່ງມີ ແມ່ລູກອ່ອນ, ແມ່ຍິງຖືພາ. ສະມາຊິກໂພຊະນາການ ທັງໝົດ 485  ຄົນ; ​ມີແມ່ຍິງຖືພາ 103  ຄົນ,​ ແມ່ລູກ ອ່ອນ 62 ຄົນ, ເດັກອາຍຸ 0-5 ເດືອນ 62 ຄົນ, ເດັກອາຍຸ 6-23 ເດືອນ 258 ຄົນ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າສະມາຊິກກຸ່ມ ກພກ ສ່ວນໃຫຍ່ໄດ້ດໍາເນີນກິດຈະກໍາສົ່ງເສີມໂພຊະນາການຢ່າງເປັນປົກກະຕິ ຊຶ່ງເຮັດໃຫ້ເຂົາເຈົ້າໄດ້ຮັບສານອາຫານທີ່ພຽງພໍ ຖືກຫຼັກອະນາໄມ ແລະ ປາສະຈາກການຂາດສານອາຫານຢ່າງແທ້ຈິງ.