ເມືອງສຳພັນ ແຂວງຜົ້ງສາລີສຸມໃສ່ ການຝຶກອົບຮົມ ວຽກງານປ້ອງກັນໂຄວິດ-19 ຢູ່ຂັ້ນບ້ານ

Posting Date: 
29 Jan 2021

 

ເມືອງສຳພັນ ແຂວງຜົ້ງສາລີສຸມໃສ່ ການຝຶກອົບຮົມ

 

ວຽກງານປ້ອງກັນໂຄວິດ-19 ຢູ່ຂັ້ນບ້ານ

 

ໂດຍ: ຈັນສະຫວັດ ສີສະໝຸດ

 

        ໂພຊະນາການຂັ້ນເມືອງ

 

ໃນລະຫວ່າງ ວັນທີ 6/12/2020 - 9/1/2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ມີການນໍາພາປະຊາຊົນຈັດກອງປະຊຸມແນະນໍາເຜີຍແຜ່ຄວາມຮູ້ ວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການເປັນປະທານຂອງທ່ານ ເລຂາພັກກຸ່ມບ້ານ ໂດຍໄດ້ຮັບການຮ່ວມມືຈາກຜູ້ຕາງໜ້າຂອງ ຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ ແລະ ຫ້ອງການກະສິກໍາປ່າໄມ້ເມືອງ, ໃນນັ້ນ ຍັງມີທິມງານ ທລຍ ເມືອງແລະພະນັກງານ ທລຍ ຂັ້ນບ້ານສໍາເລັດ ຈໍານວນ 15 ບ້ານ. ການຈັດກອງປະຊຸມ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານທັງໝົດ 15 ບ້ານໄດ້ເປັນເຈົ້າການ ແລະ ມີຄວາມຕຶ່ນຕົວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ໂດຍມີຜູ້ເຂົ້າຮ່ວມ 748 ທ່ານ,ຍິງ 522 ທ່ານ, ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການພັດທະນາແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).    

 

ຜ່ານການຝຶກອົບຮົມ ປະຊາຊົນໄດ້ມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ການຫຍິບຜ້າອັດປາກ-ອັດດັງ, ຮູ້ຈັກຜະລິດເຈວລ້າງມືໂດຍການເອົາ ເຫຼົ້າທີ່ຫາໄດ້ພາຍໃນບ້ານ ມາປະສົມກັບເຈວປະເພດອຶ່ນທີ່ຫາໄດ້ພາຍໃນບ້ານ ເພື່ອເກັບໄວ້ນໍາໃຊ້ໃນຄອບຄົວ, ນອກນັ້ນ ຍັງຮູ້ວິທີຜະລິດຢາຂ້າເຊື້້ອ ແລະ ທໍາຄວາມສະ ອາດພາຍໃນເຮືອນ ເພື່ອເປັນການແກ້ໄຂບັນຫາເບື້ອງຕົ້ນ ຖ້າຫາກມີການລະບາດເກີດຂຶ້ນພາຍໃນບ້ານ. ພີເສດຄູຝຶກໄດ້ເນັ້ນໃຫ້ອົງການປົກຄອງບ້ານ, ສະຫະພັນແມ່ຍິງ, ອາສາສະໝັກບ້ານ ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ເຖົ້າແກ່ແນວໂຮມ ມີຄວາມຮູ້ ໃນດ້ານດັ່ງກ່າວໃຫ້ເລິກເຊິ່ງຕຶ່ມ ທັງນີ້ ກໍເພື່ອເຮັດໃຫ້ເຂົາເຈົ້າສາມາດເປັນຕົວຫຼັກ ໃນການແກ້ໄຂບັນຫາພາຍໃນບ້ານຂອງຕົນໃນເວລາມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ມາຈາກທາງນອກ.