ເມືອງອາດສະພອນ ໄດ້ຮັບການພັດທະນາໃນປີ 2019

Posting Date: 
07 Aug 2019

ເມືອງອາດສະພອນ ໄດ້ຮັບການພັດທະນາໃນປີ 2019

 

10 ແຂວງເປົ້າໝາຍຂອງ ທລຍ ໄລຍະທີ 3 (2017-2019) ໃນນັ້ນແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ມີອັດຕາຄວາມທຸກຍາກສູງພໍສົມຄວນ.ການເຂົ້າເຖິງການບໍລິການດ້ານພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກຍັງບໍ່ທົ່ວເຖິງທຸກພື້ນທີ່ເປົ້າໝາຍໃນການພັດທະນາຂອງລັດຖະບານ.

ສະນັ້ນ ປີ 2019 ນີ້ ທລຍ ໄດ້ສຸມໃສ່ປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ທັງໝົດ 17ໂຄງການ ຕັ້ງຢູ່ 20ບ້ານຊົນເຜົ່າມັງກອງ 16 ບ້ານ ແລະ ຊົນເຜົ່າຜູ້ໄທ 4 ບ້ານ ຂອງເມືອງອາດສະພອນ ແຂວງສະຫວັນນະເຂດ ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 14,761 ຄົນ, ຍິງ 7,447ຄົນ ໃນຄົວເຮືອນທັງໝົດ 2,285 ຄົວເຮືອນ, ມີຄົວເຮືອນທຸກ 1,612 ຄົວເຮືອນ, ຄົວເຮືອນທຸກປານກາງ 342 ຄົວເຮືອນ, ຄົວເຮືອນບໍ່ທຸກ 331 ຄົວເຮືອນ. ການກໍ່ສ້າງໂຄງການດັ່ງກ່າວໄດ້ສໍາເລັດ 100% ແລ້ວ ໃນນັ້ນ ປະກອບມີຂະແໜງໂຍທາທິການ ແລະ ຂົນສົ່ງ 8 ໂຄງການ ໃນນັ້ນ ມີປັບປຸງ ສ້ອມແປງຍົກລະດັບເສັ້ນທາງໄດ້ 4 ເສັ້ນ ມິລວງຍາວລວມກັນ 15 ກິໂລແມັດ, ໃສ່ທໍ່ລອດທາງທັງໝົດ 3 ໂຄງການ 9 ຈຸດມີລວງຍາວລວມກັນ 53 ແມັດ, ກໍ່ສ້າງຂົວເບຕົງເສີມເຫຼັກ 1 ແຫ່ງ ມີລວງຍາວ 20 ແມັດ , ຂະແໜງສຶກສາທິການ ແລະ ກິລາ 9 ໂຄງການ ໃນນັ້ນ ມີກໍ່ສ້າງໂຮງຮຽນ 6 ຫຼັງ ແລະ ສະໜອງອຸປະກອນເຟີນີເຈີ 84 ຊຸດ ຊຶ່ງໄດ້ນໍາໃຊ້ງົບປະມານທັງໝົດ 3.7 ຕື້ກວ່າກີບ ໃນນັ້ນ ຂະແໜງສຶກສາທິການ ແລະກິລາ ກວມເອົາ 80% ຂອງງົບປະມານທັງໝົດ.

ຊຶ່ງບັນດາໂຄງການທັງໝົດເຫຼົ່ານັ້ນ ໄດ້ແກ້ໄຂຄວາມທຸກຍາກ ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ ຂອງເມືອງແບບມີເຫດຜົນຢ່າງພາ ວະວິໃສ ສາມາດແກ້ໄຂບັນຫາໃຫ້ແກ່ຊຸມຊົນໄດ້ຢ່າຖືກຈຸດ ໂດຍຜ່ານຂະບວນການພັດທະນາທີ່ຊຸມຊົນເປັນເຈົ້າການຢ່າງແທ້ຈິງ.