ໜຶ່ງໃນຫຼັກການທີ່ສໍາຄັນຂອງ ທລຍ ແມ່ນຄວາມໂປ່ງໃສ ສາມາດກວດສອບໄດ້

Posting Date: 
16 Aug 2019

ໜຶ່ງໃນຫຼັກການທີ່ສໍາຄັນຂອງ ທລຍ ແມ່ນຄວາມໂປ່ງໃສ ສາມາດກວດສອບໄດ້

ການຈັດຕັ້ງປະຕິບັດໂຄງການຍ່ອຍໃນຮູບແບບຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແມ່ນໄດ້ອີງໃສ່ 6 ຫຼັກການພື້ນຖານ. ໜຶ່ງໃນຫຼັກການທີ່ສໍາຄັນອັນໜຶ່ງນັ້ນແມ່ນ ຄວາມໂປ່ງໃສ ສາມາດກວດສອບໄດ້.

ໃນຮູບແບບໃນການຈັດຕັ້ງປະຕິບັດໂຄງການຍ່ອຍຕ່າງໆທີ່ ທລຍ ສະໜັບສະໜູນ ໂດຍຊຸມຊົນເປັນຜູ້ດໍາເນີນໃນການຈັດຊື້-ຈັດຈ້າງ ຄັດເລືອກບໍລິສັດຜູ້ຮັບເໝົາ, ບໍລິຫານຄຸ້ມຄອງເງິນໂຄງການຍ່ອຍ ແລະ ຕິດຕາມການດໍາເນີນການກໍ່ສ້າງດ້ວຍຕົວເອງ ວ່າໄດ້ກໍ່ສ້າງໄດ້ດໍາເນີນໄປຕາມແບບທີ່ໄດ້ກໍານົດໃນມາດຕະຖານໃນເບື້ອງຕົ້ນຫຼືບໍ່ ນອກນັ້ນ ໃນໄລຍະການກໍ່ສ້າງມີຄວາມຄືບໜ້າຮອດ 40%, 90% ແລະ 100% ທິມງານຂັ້ນບ້ານ 9 ທ່ານ (ທິມງານຈັດຕັ້ງປະຕິບັດ 3 ທ່ານ, ທິມງານຈັດຊື້-ຈັດຈ້າງ 3 ທ່ານ ແລະ ທິມງານການເງິນ 3 ທ່ານ) ຈະໄດ້ຈັດກອງປະຊຸມ ສະຫຼຸບຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ສ້າງວ່າ ໄດ້ພົບບັນຫາໃດແດ່?, ໄດ້ມີການໃຊ້ຈ່າຍຫຍັງແດ່? ໃຫ້ປະຊາຊົນໝົດບ້ານໄດ້ຮັບຮູ້ ເຂົ້າໃຈ ແລະ ມີຄວາມໂປ່ງໃສ. ນອກຈາກນັ້ນ ກໍນໍາເອົາຜົນຂອງກອງປະຊຸມໄປຕິດໃສ່ກະດານຂ່າວຂອງບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຕິດຕາມນໍາກັນ.