187 ບ້ານ 29ໂຮງຮຽນ ເປົ້າໝາຍຂອງ ແຂວງສະຫວັນນະເຂດ ໄດ້ຮັບການຝຶກອົບຮົມ ເພື່ອປ້ອງກັນການລະບາດພະຍາດໂຄວິດ-19 ແລ້ວ

Posting Date: 
19 Feb 2021

 

187 ບ້ານ 29ໂຮງຮຽນເປົ້າໝາຍຂອງ ແຂວງສະຫວັນນະເຂດ ໄດ້ຮັບການຝຶກອົບຮົມ

 

ເພື່ອປ້ອງກັນການລະບາດພະຍາດໂຄວິດ-19 ແລ້ວ

 

                            

 

ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ, ອາສາສະໝັກແພດບ້ານ, ຄູອາຈານ, ເດັກນ້ອຍນັກຮຽນ ພາຍໃນບ້ານ ແລະໂຮງຮຽນເປົ້າໝາຍ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບວິທີການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍວິທີການໃຫ້ຄວາມຮູ້ໃນການປ້ອງກັນ, ວິທີປະສົມນໍ້າຢາຂ້າເຊື້ອ, ການເຮັດຜ້າອັດປາກ-ອັດດັງ ແບບງ່າຍດາຍ ໃຊ້ວັດສະດຸທີ່ຫາໄດ້ງ່າຍໃນທ້ອງຖີ່ນ ເພື່ອນໍາໄປໃຊ້ໃນຄອບຄົວ ກໍຄືຊຸມຊົນຂອງຕົນ.

 

 

 

        ນັບແຕ່ວັນທີ 9 ທັນວາ 2020 ຫາ ວັນທີ 10 ກຸມພາ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງສະຫວັນນະເຂດໄດ້ປະສານງານກັບ ຫ້ອງການທີ່ກ່ຽວຂ້ອງ, ຫົວໜ້າກຸ່ມບ້ານ ລົງຝຶກອົບຮົມຢູ່ໃນ 187 ບ້ານ ແລະ 29 ໂຮງຮຽນເປົ້າໝາຍ ມີພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 11,115 ຄົນ, ຍິງ 4,353 ຄົນ ຊົນເຜົ່າ 7,625 ຄົນ, ຄູ ແລະ ນັກຮຽນ 1,429  ຄົນ, ຍິງ 710 ຄົນ ຊົນເຜົ່າ 899 ຄົນ.

 

         ສໍາລັບເນື້ອໃນຂອງການຝຶກອົບຮົມ ແມ່ນໄດ້ອະທິບາຍກ່ຽວກັບ ຫຼັກການ ທາງດ້ານສາທາລະນະສຸກ ກ່ຽວກັບ ວຽກງານ 3ສະອາດ (ການລ້າງມືໃຫ້ສະອາດ, ກິນດື່ມສະອາດ, ຢູ່ສະອາດ ແລະ ນຸ່ງຖືສະອາດ), ອະທິບາຍກ່ຽວກັບ ສະພາບຄວາມເປັນຈິງໃນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນປະເທດ ແລະໃນໂລກ ແລະໄດ້ອະທິບາຍກ່ຽວກັບ ສາຍເຫດການເກີດພະຍາດຕ່າງໆ ທີ່ມາຈາກ ຈຸລິນຊີ ແລະ ໄວຣັສ ຕ່າງໆ. ພ້ອມນັ້ນກໍໄດ້ ອະທິບາຍກ່ຽວກັບວິທີປ້ອງກັນ ການແຜ່ລະບາດຂອງແຕ່ລະພະຍາດ ດັ່ງກ່າວ.

 

ພິເສດໄດ້ມີການ ຝຶກອົບຮົມ ວິທີການຫຍິບ ຜ້າອັດປາກ-ອັດດັງ ໃຫ້ແກ່ ພໍແມ່ປະຊາຊົນທີ່ຢູ່ບ້ານເປົ້າໝາຍຂອງໂຄງການ ແລະ ນ້ອງນັກຮຽນ ແລະ ຄູອາຈານໃນ ແຕ່ລະບ້ານ-ໂຮງຮຽນ ຈົນສາມາດ ເຮັດໄດ້ດ້ວຍ ເຂົາເຈົ້າເອງ.

 

ຜ່ານການຝືກອົບຮົມເປັນເວລາ 2 ເດືອນ ເຫັນວ່າ ຊາວບ້ານ, ນ້ອງນັກຮຽນ ແລະ ຄູອາຈານ ສາມາດເຂົ້າໃຈແຈ້ງຫຼາຍ ກ່ຽວກັບ ສາຍເຫດການເກີດພະຍາດ ແລະ ວິທີປ້ອງກັນການແຜ່ລະບາດຂອງໄວຣັດໂຄວິດ-19 ພ້ອມນັ້ນເຂົາເຈົ້າກໍສາມາດທັງສາມາດເຮັດ ຜ້າອັດປາກ-ອັດດັງໄດ້ຢ່າງມີປະສິດທິພາບ ແລະ ມີຄວາມສວຍງາມຕຶ່ມອີກ.