43 ບ້ານຊົນເຜົ່າທຸກຍາກຂອງແຂວງເຊກອງໄດ້ຮັບການພັດທະນາໃນປີ 2019

Posting Date: 
24 Jul 2019

43 ບ້ານຊົນເຜົ່າທຸກຍາກຂອງແຂວງເຊກອງໄດ້ຮັບການພັດທະນາໃນປີ 2019

 

   10 ແຂວງເປົ້າໝາຍຂອງ ທລຍ ໄລຍະທີ 3 (2017-2019) ໃນນັ້ນ ແຂວງເຊກອງເປັນແຂວງໜຶ່ງທີ່ມີອັດຕາຄວາມທຸກ ຍາກສູງກວ່າໝູ່. ການເຂົ້າເຖິງການບໍລິການດ້ານພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກຍັງບໍ່ທົ່ວເຖິງ.
       ສະນັ້ນ ປີ 2019 ນີ້ ທລຍ ໄດ້ສຸມໃສ່ປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍທັງໝົດ 46ໂຄງການ ຕັ້ງຢູ່ 43 ບ້ານຊົນເຜົ່າທຸກຍາກຂອງ 3 ເມືອງເປົ້າໝາຍຄື: ດາກຈຶງ, ກະລືມ ແລະ ລະມາມ ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 18.475 ຄົນ, ຍິງ 9.192 ຄົນຊຶ່ງການກໍ່ສ້າງໂຄງການດັ່ງກ່າວ ສໍາເລັດແລ້ວກວ່າ  80% ໃນນີ້ ປະກອບມີຂະແໜງສຶກສາທິການ ແລະ ກິລາ 23ໂຄງການ;  ຂະແໜງສາທາລະນະສຸກ 8ໂຄງການ; ຂະແໜງໂຍທາທິການ ແລະ ຂົນສົ່ງ 4ໂຄງການ ແລະ ຂະແໜງກະສິກຳ ແລະ ປ່າໄມ້ 2 ໂຄງການ ໂດຍນໍາໃຊ້ງົບປະມານທັງໝົດ 7,69 ຕື້ກວ່າກີບ  ໃນນັ້ນ ຂະແໜງສຶກສາທິການ ແລະ ກິລາ ກວມເອົາ 50% ຂອງງົບປະມານທັງໝົດ.

ມາຮອດປະຈຸບັນ ທລຍ ແຂວງເຊກອງ ກໍາລັງສຸມໃສ່ການກໍ່ສ້າງໂຮງຮຽນປະຖົມ 8 ຫຼັງ ແລະ ໂຮງຮຽນອະນຸບານ 2 ຫຼັງ ໃຫ້ສຳເລັດ 100% ກ່ອນເດືອນກັນຍາ ປີ 2019ນີ້ ເພື່ອໃຫ້ນ້ອງນ້ອຍນັກຮຽນໄດ້ຊົມໃຊ້ໃນຊ່ວງເປີດສົກຮຽນໃໝ່ທີ່ຈະມາເຖິງນີ້.

     ໂດຍລວມແລ້ວ ທລຍ ໄດ້ສ້າງປັດໃຈພື້ນຖານ ເຮັດໃຫ້ປະຊາຊົນຜູ້ທຸກຍາກໄດ້ເຂົ້າເຖິງ ແລະ ໄດ້ຮັບການບໍລິການຂັ້ນພື້ນ ຖານທີ່ຈໍາເປັນຂອງລັດ  ໂດຍຜ່ານຂະບວນການພັດທະນາ ທີ່ຊຸມຊົນເປັນເຈົ້າການຢ່າງແທ້ຈິງ.