7 ບ້ານຊົນເຜົ່າຕະໂອ້ຍ ມີນໍ້າສະອາດຊົມໃຊ້ແລ້ວ

Posting Date: 
22 Aug 2019

7 ບ້ານຊົນເຜົ່າຕະໂອ້ຍ ມີນໍ້າສະອາດຊົມໃຊ້ແລ້ວ

ເມື່ອເວົ້າເຖິງນໍ້າກິນນໍ້າໃຊ້ຢູ່ 7 ບ້ານຊົນເຜົ່າຕະໂອ້ຍ, ກຸ່ມບ້ານ ຕະຫຼຸງ ແລະ ກຸ່ມບ້ານ ປະສົມ ເມືອງຕະໂອ້ຍ ແຂວງສາລະວັນ, ທີ່ມິພົນລະເມືອງທັງໝົດ  3.228, ຍິງ 1.629 ຄົນ ຜ່ານມາແມ່ນພົບກັບຄວາມຫຍຸ້ງຍາກພໍສົມຄວນ ປະຊາຊົນຕ້ອງຍ່າງໄປຕັກນໍ້າຢູ່ຫ້ວຍ ທີ່ໄກຈາກບ້ານ 3 ກິໂລແມັດ ໃຊ້ເວລາກວ່າ 1 ຊົ່ວໂມງ ແລະ ໃນລະດູຝົນ ນໍ້າຫ້ວຍດັ່ງກ່າວ ຂຸ່ນ ມີຄວາມເປິະເປື້ອນຫຼາຍ ບໍ່ສາມາດນໍາໃຊ້ເຂົ້າໃນການປຸງແຕ່ງອາຫານໄດ້.

ສະນັ້ນ; ໃນກອງປະຊຸມວາງແຜນພັດທະນາກຸ່ມບ້ານ ທ້າຍປີ 2018 ຈຶ່ງໄດ້ຕົກລົງ ເຫັນດີຮັບຮອງເອົາການກໍ່ສ້າງເຈາະນໍ້າບາດານ ຢູ່ກຸ່ມຕະຫຼຸງ 6 ບໍ່ ແລະ ກຸ່ມປະສົມ 3 ບໍ່ ເປັນບຸລິມະສຸດຂອງກຸ່ມບ້ານໃຜມັນ ແລະ ຖືກຮັບຮອງຢູ່ກອງປະຊຸມປະສານງານການວາງແຜນຂັ້ນເມືອງ.

ການກໍ່ສ້າງເຈາະນໍ້າບາດານ ຢູ່ກຸ່ມຕະຫຼຸງມີ 6 ບໍ່, ມີມູນຄ່າການກໍ່ສ້າງທັງໝົດ 182 ລ້ານກວ່າກີບ, ໃນນັ້ນຊຸມຊົນປະກອບສ່ວນ 7 ລ້ານກວ່າກີບ, ກຸ່ມປະສົມມີ 3 ບໍ່, ມີມູນຄ່າການກໍ່ສ້າງທັງໝົດ 95 ລ້ານກວ່າກີບ, ໃນນັ້ນຊຸມຊົນປະກອບສ່ວນ 3 ກວ່າກີບ ເຊິ່ງທັງ 2 ກຸ່ມນີ້ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດຶອນເມສາ ປີ 2019 ແລະ ສຳເລັດໃນເດຶອນມິຖຸນາ ປີ 2019.

ການກໍ່ສ້າງນໍ້າບາດານ 9 ບໍ່ຢູ່ 2 ກຸ່ມບ້ານນີ້ ປະຈຸບັນ ໄດ້ຊ່ວຍເຮັດໃຫ້ພໍ່ແມ່ປະຊາຊົນມີຊີວິດການເປັນຢູ່ດີຂື້ນກວ່າແຕ່ກ່ອນ ຫຼຸດຜ່ອນແຮງງານແມ່ຍິງ ແລະ ເດັກນ້ອຍໄປຕັກນໍ້າໄກ ພ້ອມທັງມີນໍ້າສະອາດຊົມໃຊ້ເຂົ້າໃນຊີວິດປະຈໍາວັນຢ່າງແທ້ຈິງ.