ກອງປະຊຸມປະສານງານການວາງ ຂັ້ນເມືອງໃນຮອບວຽນ ທີ 12 ນີ້ ທລຍ ແຂວງ ສະຫວັນນະເຂດ ໄດ້ເນັ້ນການສ້າງຄວາມເຂັ້ມ ແຂງໃຫ້ແກ່ທິມງານຂັ້ນກຸ່ມບ້ານຫຼາຍຂື້ນ

Posting Date: 
02 Oct 2014

ກອງປະຊຸມປະສານງານການວາງ ຂັ້ນເມືອງໃນຮອບວຽນ ທີ 12 ນີ້  ທລຍ  ແຂວງ ສະຫວັນນະເຂດ ໄດ້ເນັ້ນການສ້າງຄວາມເຂັ້ມ ແຂງໃຫ້ແກ່ທິມງານຂັ້ນກຸ່ມບ້ານຫຼາຍຂື້ນ


ໂດຍ: ​ສິນ​ນະຄອນ ອິນ​ທິລາດ


   ໃນທ້າຍເດືອນ ກັນຍາ 2014 ຜ່ານ​ມາແລ້ວນີ້ ແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມ ປະສານງານການວາງແຜນຂັ້ນ​ເມືອງ  ຢູ່ໃນແຕ່ລະເມືອງ ເປົ້້າໝາຍຂອງ ທລຍ , ເຊິ່ງເປັນກອງປະຊຸມ ທີ່ສໍາຄັນ ແລະ ໄດ້ຈັດຂຶ້ນທຸກໆປີ ຫຼັງຈາກ ສຳເລັດກອງປະຊຸມວາງແຜນ ຫຼື ທົບທວນແຜນພັດທະນາຂັ້ນບ້ານ ແລະ ຂັ້ນກຸ່ມ ຕາມຮູບແບບ ກອງປະຊຸມວາງແຜນແບບມີສ່ວນຮ່ວມ ແຕ່ລຸມຂືຶ້ນເທີງ ພາຍ​ໃຕ້ນະໂຍບາຍ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ​ໂດຍ​ສອດຄ່ອງ​ກັບ​ຄໍາ​​ເວົ້າ​ຂອງ​ພັກ​-ລັດທີ່​ວ່າ ມາຈາກປະຊາຊົນ  ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.    ກອງ​ປະຊຸມ​ດັ່ງກ່າວ ເປັນກອງປະຊຸມຂັ້ນສຸດທ້າຍ  ສຳລັບການວາງແຜນ ກ່ອນທີ່ຈະໄດ້ເລີ່ມຂະບວນການສໍາຫຼວດອອກແບບ,ຈັດຊື້-ຈັດຈ້າງ ກ້າວໄປເຖິງ ຂະບວນການຈັດຕັ້ງປະຕິບັດໂຄງການຍ່ອຍ, ເປັນກອງປະຊຸມ ທ່ີ່ໄດ້ເຊື້ອເຊີນ ເອົາບັນດາແຂກຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ຈາກແຂວງ ແລະເມືອງ ຕະຫຼອດຮອດ ກຸ່ມບ້ານເຊັ່ນ:  ທ່ານ ເຈົ້າເມືອງ ຫຼື ຮອງເຈົ້າເມືອງ ເປັນປະ ທານ, ຮອງຫົວໜ້າ ຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຂົ້າມາຮ່ວມເປັນຄະນະປະທານ ບັນດາທ່ານ ຈາກ 4 ພະແນກການ: ​ໂຍທາທິການ ​ແລະ ຂົນ​ສົ່ງ , ສາທາລະນະສຸກ ,ສືກສາທິການ ​ແລະ ກິລາ, ກະສິກໍາ ​ແລະ ປ່າ​ໄມ້...ທັງແຂວງແລະເມືອງ , ອົງການຈັດຕັ້ງມະຫາຊົນຕ່າງໆ, ອົງການທີ່ໃຫ້ການຊ່ວຍ ເຫຼືອທາງດ້ານການພັດທະນາ ຈາກສາກົນ, ຜູ້ຊີ້ນໍາ   ແລະ ຜູ້ປະສານງານກຸ່ມບ້ານ  ເພື່ອມາຮ່ວມປືກສາຫາລື ກັນ ຜ່ານການນໍາສະເໜີແຜນພັດທະນາ ຂອງຕົວແທນ ຈາກແຕ່ລະກຸ່ມບ້ານພາຍໃນແຕ່ລະເມືອງ.    ສໍາລັບຮອບວຽນທີ 12 ທລຍ ແຂວງສະຫວັນນະເຂດ ໄດ້ມອບຄວາມຮັບຜິດຊອບໃຫ້ແກ່ທິມງານກຸ່ມບ້ານ ເພື່ອເປັນ ການສ້າງຄວາມເຂັ້ມແຂງ ແລະ ທົດສອບໃຫ້ເຂົາເຈົ້າໄດ້ເຮັດໃນ ສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ເປັນຕົ້ນ ມອບໃຫ້ຜູ້ປະສານງານ ຫຼື ຕົວແທນ ໃຫ້ເປັນພິທີກອນກອງ ປະຊຸມ  ແລະ ຕົວແທນທີ່ເປັນ​ແມ່ຍິງ ເປັນຊົນເຜົ່າມານໍາສະເໜີ ແຜນພັດທະນາກຸ່ມບ້ານຂອງພວກເຂົາ​ເຈົ້າ ທັ້ງນີ້ ກໍ​ເພື່ອ​ເປັນ​ການ​ຍົກ​ສູງ​ບົດບາດ​ຍິງ​-ຊາຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແມ່ຍິງ​ມີ​ສິດ​ມີ​ສຽງ​ໃນ​ການ​ອອກ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ກ້າ​ສະ​ແດງ​ອອກ ​ເຊິ່ງ​ເຫັນ​ໄດ້​ວ່າ ໃນແຕ່ລະເມືອງ ຜູ້ເຂົ້າຮ່ວມ​ໄດ້ໃຫ້ຄວາມສົນໃຈ ພ້ອມທັງ ມີຄຳຍ້ອງຍໍ ຊົມເຊີຍ ໂດຍສະເພາະຈາກປະທານກອງປະຊຸມໄດ້ມີຄຳເຫັນວ່າ ຂໍຊົມເຊີຍເປັນພິເສດທີ່ ທລຍ ໄດ້ມີສ່ວນ ໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໄດ້ ມີຄວາມກ້າຫານ ບໍ່ທັນເຄີຍເຫັນພາກສ່ວນໃດເຮັດຈັກເທ່ືອ