ຊຸມຊົນເປັນເຈົ້າການຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ ທລຍ ໃຫ້ການສະໜັບສະໜູນ

Posting Date: 
20 Mar 2018

ຊຸມຊົນເປັນເຈົ້າການຈັດຕັ້ງປະຕິບັດໂຄງການຍ່ອຍ

ທີ່ ທລຍ ໃຫ້ການສະໜັບສະໜູນ

ໂດຍ: ທລຍ

ບ້ານຫ້ວຍປອດເປັນບ້ານຊົນເຜົ່າກືມມຸ, ທີ່ຂື້ນກັບກຸ່ມພູເຄືອເມືອງນາໝໍ້, ມີໄລຍະທາງຫາງຈາກເມືອງ ໄປທາງທິດຕາ ເວັນຕົກ ສຽງໃຕ້ປະມານ 25 ກິໂລແມັດ, ມີ 139 ຄົວເຮືອນ ( ໃນນັ້ນ ຄົວເຮືອນທີ່ທຸກຍາກທີ່ສຸດ ມີຈໍານວນທັງໝົດ 18 ຄົວເຮືອນ, ທຸກ 50 ຄົວເຮືອນ, ປານກາງ 61 ຄົວເຮືອນ, ບໍ່ທຸກມີພຽງ 10 ຄົວເຮືອນ) ແລະ ມີ 189 ຄອບຄົວ ເຊິ່ງພົນລະເມືອງທັງໝົດກວາມເຖິງ 954 ຄົນ, ຍີງ 495 ຄົນ, ເດັກນ້ອຍ ອາຍຸ 6-14 ປີ ໃນເກນອາຍຸເຂົ້າຮຽນມີ 180 ຄົນ, ຍິງ 92 ຄົນ. ອາຊີບສ່ວນໃຫຍ່ຂອງປະຊາຊົນພາຍໃນບ້ານແມ່ນເຮັດໄຮ່, ເຮັດສວນສາລີ ແລະ ລ້ຽງສັດ ເປັນສຳຮອງ.

ໃນໄລຍະຜ່ານມາ ບ້ານດັ່ງກ່າວນີ້ແມ່ນ ມີຈໍານວນນັກຮຽນເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ໂຮງຮຽນຫລັງເກົ່າທີ່ມີສະພາບ ກໍ່ສ້າງແບບປະຖົມປະຖານ ແລະ ບໍ່ສາມາດຮອງຮັບເອົານັກຮຽນໄດ້ຢ່າງພຽງພໍ. ສະນັ້ນ ໃນເວລາວາງແຜນພັດທະນາບ້ານ ຮອບວຽນ 12 (ປີ 2014) ບ້ານຫ້ວຍປອດຈຶ່ງໄດ້ ຄັດເລືອກເອົາການກໍ່ສ້າງໂຮງຮຽນປະຖົມ 1 ຫລັງ ຊຶ່ງມີເນື້ອທີ່ 8 x 21 ແມັດ, ມີ 3 ຫ້ອງ ເປັນບູລິມະສິດທໍາອິດ ໂດຍຜ່ານການວາງແຜນພັດທະນາເສດຖະກິດ-ສັງຄົມຂັ້ນກຸ່ມບ້ານ ແລະ ຜ່ານການ ຮັບຮອງເອົາການກໍ່ສ້າງໂຮງຮຽນ ປະຖົມດັ່ງກ່າວຢູ່ໃນກອງປະຊຸມປະສານງານວາງແຜນຂັ້ນເມືອງ. ຫລັງຈາກນັ້ນ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ໂດຍສົມທົບກັບວິຊາການຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ທລຍ ລົງສໍາຫລວດ ແລະ ອອກແບບ ລວມທັງມີການຈັດກອງປະຊຸມ ຜ່ານແບບກໍ່ສ້າງ ແລະ ວາງແຜນຈັດຕັ້ງປະຕິບັດ ເພື່ອປຶກສາຫາລື, ປະເມີນຜົນກະທົບດ້ານສັງຄົມ ແລະ ສິ່ງແວດລ້ອມ ແລະ ຕັດສິນໃຈຮັບເອົາຮູບແບບວິທີ ຈັດຊື້-ຈັດຈ້າງ ວັດສະດຸໃນການກໍ່ສ້າງ ແລະ ລົງມືໃນການກໍ່ສ້າງດ້ວຍໂຕຂອງເຂົາເຈົ້າເອງຢ່າງມີຄວາມເປັນເອກະພາບ ທຸກຂົ້ນຕອນແມ່ນຊຸມຊົນຊາວບ້ານມີສ່ວນຮ່ວມ ລວມທັງແມ່ຍິງ ແລະ ຜູ້ດອ້ຍໂອກາດ. ໃນວັນທີ 20/11/2014  ໄດ້ເລີ່ມກໍ່ສ້າງໂຮງຮຽນຫລັງດັ່ງກ່າວ ແລະ ສຳເລັດລົງໃນວັນທີ 22/2/2015 ຕາມກໍານົດເວລາທີ່ວາງໄວ້. ການກໍ່ສ້າງໂຮງຮຽນປະຖົມຫລັງນີ້ ມີມູນຄ່າທັງໝົດ 360 ລ້ານກວ່າກີບ, ຖ້າສົມທຽບໃສ່ມູນຄ່າທີ່ໃຫ້ບໍລິສັດຮັບເໝົາກໍ່ສ້າງເປັນຜູ້ກໍ່ສ້າງໃຫ້ຈະມີມູນຄ່າ 400 ລ້ານກວ່າກີບ ໝາຍຄວາມວ່າຊຸມຊົນສາມາດປະຢັດງົບປະມານໄດ້ຈໍານວນ 40 ລ້ານກວ່າກີບ ຍ້ອນວ່າ ຊຸມຊົນບໍ່ໄດ້ເສຍອາກອນລາຍໄດ້ 10%. ນອກນັ້ນ ຊາວບ້ານຜູ້ທຸກຍາກ ແລະ ດ້ອຍໂອກາດພາຍໃນບ້ານ ທີ່ບໍ່ມີວຽກເຮັດງານທໍາ ກໍໄດ້ມາຊ່ວຍໃນການກໍ່ສ້າງ ແລະ ໄດ້ຮັບຄ່າຕອບແທນ 50,000 ກີບ/ວັນ, ຖືໄດ້ວ່າເປັນການແກ້ໄຂຄວາມທຸກຍາກໄປໃນໂຕ ເພາະປະຊາຊົນຜູ້ທຸກຍາກ ໄດ້ຮັບຄ່າຕອບແທນຫລາຍພໍສົມຄວນ.

ຫລັງຈາກການກໍ່ສ້າງໂຮງຮຽນ ສໍາເລັດແລ້ວ ເດັກນ້ອຍໃນກນອາຍຸເຂົ້າໂຮງຮຽນ ກໍໄດ້ມີໂຮງຮຽນຫລັງໃໝ່ທີ່ຖາວອນ ແລະ ສາມາດ ແກ້ໄຂຄວາມທຸກຍາກຂອງຊາວບ້ານທາງດ້ານການສຶກສາ ອີກດ້ານໜຶ່ງທັງເປັນການສ້າງນາຍຊ່າງຊຸມຊົນ ໃຫ້ມີຄວາມກ້າວໜ້າ ສາມາດນໍາເອົາຄວາມຮູ້ຄວາມສາມາດຂອງຕົນໄປນໍາໃຊ້ເຂົ້າໃນການປຸກສ້າງເຮືອນຂອງຕົນເອງ ແລະ ຮັບເໝົາປຸກສ້າງຢູ່ເຂດທ້ອງຖິ່ນຂອງຕົນ ເຊິ່ງມັນສາມາດຊ່ວຍສ້າງລາຍຮັບໃຫ້ແກ່ຄອບຄົວເຂົາເຈົ້າຫລາຍພໍສົມຄວນ  ເຊິ່ງສອດຄ່ອງກັບທິດທາງນະໂຍບາຍ ແລະ ຍຸດທະສາດໃນການພັດທະນາສັງຄົມ ໂດຍສະເພາະ ແມ່ນບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ ແລະ ແກ້ໄຂຄວາມທຸກຍາກໃນເຂດຊົນນະບົດຂອງລັດຖະບານລາວ. ພອ້ມດຽວກັນນັ້ນ ຮູບແບບໃນການຈັດຕັ້ງປະຈິບັດ, ປາສະຈາກຂໍ້ຂັດແຍ່ງ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ຊຸມຊົນເປັນເຈົ້າການໃນການພັດທະນາບ້ານຂອງຕົນເອງ  ພອ້ມທັງປະຕິບັດໄດ້ຄໍາຂັວນທີ່ວ່າ: ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.