ຊຸມຊົນ ບ້ານທົ່ງກາໃຕ້ ກຸ່ມປະໂສມ ເປັນເຈົ້າການ ໃນການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ ແລະ ລະບົບນໍ້າລິນ

Posting Date: 
26 Apr 2018

ຊຸມຊົນ ບ້ານທົ່ງກາໃຕ້ ກຸ່ມປະໂສມ ເປັນເຈົ້າການ ໃນການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ ແລະ ລະບົບນໍ້າລິນ

 

ໂດຍ: ຄຳໃບ ນະລິສັກ

ບ້ານທົ່ງກາໃຕ້ ບ້ານຊົນເຜົ່າຕະໂອ້ຍ ເປັນບ້ານໜຶ່ງໃນ 10 ບ້ານ ທີ່ຂື້ນກັບກຸ່ມປະໂສມ (ໂບ້ງນ້ຳ) ເປັນບ້ານທີ່ທຸກ

ຍາກກວ່າໝູ່ທີ່ນອນໃນກຸ່ມບ້ານດັ່ງກ່າວ, ມີພົນລະເມືອງທັງໝົດ 128ຄົນ, ຍິງ 68ຄົນ, ມີ 19ຄອບຄົວ, ເປັນບ້ານທີ່ຍັງຂາດການເຂົ້າເຖິງດ້ານພື້ນຖານໂຄງລ່າງ ຊາວບ້ານແມ່ນມີຄວາມທຸກຍາກລໍາບາກຫລາຍ ໃນການຊົມໃຊ້ນໍ້າ ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍ ຜູ້ເຖົ້າ ໄດ້ພາກັນໄປຕັກນໍ້າໄກຈາກບ້ານກວ່າ 2 ກິໂລແມັດ ເພື່ອມາຊົມໃຊ້ໃນຊີວິດປະຈໍາວັນ ນອກນັ້ນ ໂຮງຮຽນທີ່ຈະໃຫ້ນ້ອງນ້ອຍນັກຮຽນ ຮຽນໜັງສືກະມີແຕ່ຫລັງເກົ່າ ສຸໂສມ ເມື່ອເຖິງຍາມຝົນ ຫລັງຄາກໍຮົ່ວ ບໍ່ສາມາດຮຽນໄດ້ ສະນັ້ນ ແຕ່ລະບ້ານພາຍໃນກຸ່ມປະໂສມ ຈຶ່ງໄດ້ມີການປຶກສາຫາລື ແລະ ເຫັນອົກເຫັນໃຈບ້ານທົ່ງກາໃຕ້ ທີ່ທຸກ ແລະ ມີຄວາມຈໍາເປັນກວ່າໝູ່ ໂດຍອິງຕາມແຜນພັດທະນາບ້ານ ແລະ ກຸ່ມບ້ານ ສະນັ້ນ ໃນປີ 2017 ທລຍ ຈຶ່ງໄດ້ໃຫ້ການສະໜັບສະໜູນໃນການກໍ່ສ້າງໂຮງຮຽນປະຖົມ 2ຫ້ອງ ທີ່ມີມູນຄ່າກວ່າ 266 ລ້ານກີບ ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານວັດຖຸທ້ອງຖິ່ນທີ່ຫາໄດ້ ແລະ ແຮງງານ ຄິດເປັນເງິນ ກວ່າ 31 ລ້ານກີບ ແລະ ນ້ຳລີນ ທີ່ມີຄວາມຍາວ 3,300 ແມັດ, ມີມູນຄ່າການກໍ່ສ້າງທັງໝົດ ກວ່າ 97 ລ້ານກີບ ແລະ ຊຸມຊົນປະກອບສ່ວນທາງດ້ານວັດຖຸ ແລະ ແຮງງານ ຄິດເປັນເງິນ ກວ່າ 10 ລ້ານກີບ.

ການກໍ່ສ້າງໂຮງຮຽນ ແລະ ນໍ້າລິນດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2017 ແຕ່ດ້ວຍຄວາມເປັນເຈົ້າການເຂົ້າໃນການກໍ່ສ້າງຂອງຊຸມຊົນບ້ານດັ່ງກ່າວ ເປັນຕົ້ນແມ່ນ ການປະກອບສ່ວນໄມ້ເຮັດຫຼັງຄາ,ໄມ້ຄໍ້າແບບ ແລະ ແຮງງານອື່ນໆ ທາງບ້ານມີຄວາມເອົາໃຈໃສ່ຢ່າງຫ້າວຫັນ ສົມກັບບ້ານຢາກໄດ້ແທ້ໆສາມາດປະກອບສ່ວນໄມ້ໄດ້ທ່ວງທັນກັບເວລາການກໍ່ສ້າງ ພ້ອມທັງຕິດຕາມກວດກາຄຸນນະພາບວັດສະດຸທີ່ທາງບໍລິສັດຜູ້ຮັບເໝົາ ນໍາມາກໍ່ສ້າງໃຫ້ນັ້ນ ໄດ້ຖືກຕາມມາດຕະຖານທີ່ວາງໄວ້ ແລະ ກໍ່ສ້ງຖືກຕາມແບບທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນ ເປັນແຕ່ລະໄລຍະຢ່າງມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່.

ດັ່ງນັ້ນ ມາຮອດ ທ້າຍເດືອນ ມີນາ ປີ 2018 ການກໍ່ສ້າງ ໂຮງຮຽນ ແລະ ນໍ້າລິນດັ່ງກ່າວ ຈຶ່ງໄດ້ສໍາເລັດ ເພື່ອເຮັດໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ ແລະ ນໍາໃຊ້ໄດ້ຍາວນານ ທາງ ທລຍ ໄດ້ເຊື້ອເຊີນເອົາວິຊາການຈາກຂະແໜງການທີ່ກ່ຽວຂ້ອງຈັດຝຶກອົບຮົມໃນການຄຸ້ມຄອງ ແລະ ບູລະນະສ້ອມແປງ ໃຫ້ທີມງານບູລະນະສ້ອມແປງຂັ້ນບ້ານ ເພື່ອຮັບປະກັນວ່າໃນເວລາເປເພ ເຂົາເຈົ້າສາມາດສ້ອມແປງເອງໄດ້ ແຕ່ຖ້າເກີນຄວາມສາມາດກໍໃຫ້ເຂົາເຈົ້າຂໍຄວາມຊ່ວຍເຫລືອຈາກຂະແໜງການທີ່ກ່ຽວຂ້ອງເປັນຜູ້ສ້ອມແປງຊ່ວຍ ໃນຂະນະດຽວກັນນັ້ນ ທາງບ້ານໄດ້ມີການສ້າງຕັ້ງກອງທຶນບູລະນະສ້ອມແປງ ສໍາລັບ 2 ໂຄງການຍ່ອຍດັ່ງກ່າວ ເພື່ອເວລາເປເພ ກໍສາມາດນໍາເອົາເງິນຈາກກອງທຶນດັ່ງກ່າວມາສ້ອມແປງ.

ທ່ານ ສົມເພັດ, ເລຂາພັກບ້ານ ນາຍບ້ານໆທົ່ງກາໃຕ້ ໄດ້ກ່າວວ່າ: ດ້ວຍຄວາມເປັນເຈົ້າການຂອງຊາວບ້ານ ບ້ານທົ່ງກາໃຕ້ ໝົດທຸກຄົນ ໄດ້ມີການວາງແຜນ ແລະ ແບ່ງຄວາມຮັບຜິດຊອບໃນແຕ່ລະຄອບຄົວເຮືອນ ໃນການປະກອບສ່ວນວັດຖຸທ້ອງຖິ່ນທີ່ຫາໄດ້ ແລະ ແຮງງານ ເຂົ້າໃນການກໍ່ສ້າງໂຮງຮຽນ ແລະ ນໍ້າລິນ ຈຶ່ງເຮັດໃຫ້ການກໍ່ສ້າງດັ່ງກ່າວສໍາເລັດຕາມແຜນທີ່ວາງໄວ້

2 ໂຄງການຍ່ອຍດັ່ງກ່າວ ຈະສາມາດຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ບ້ານທົ່ງກາໃຕ້ ໂດຍສະເພາະແມ່ນແມ່ຍິງ, ເດັກນ້ອຍ ແລະ ຜູ້ເຖົ້າ ໄປຕັກນໍ້າໄກ ພ້ອມທັງ ອໍານວຍຄວາມສະດວກໃຫ້ນ້ອງນ້ອຍ ໄດ້ເຂົ້າຮຽນຢ່າງສະດວກສະບາຍ ບໍ່ຢ້ານແດດ ບໍ່ຢ້ານຝົນຄືແຕ່ກ່ອນ.