ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທິມງານຈັດຕັ້ງປະຕິບັດຂັ້ນບ້ານ ເພື່ອຮອງຮັບເອົາໂຄງການຮອບວຽນ ທີ່ 13 (ສົກປີ 2015-2016)

Posting Date: 
11 Mar 2016

ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ທິມງານຈັດຕັ້ງປະຕິບັດຂັ້ນບ້ານ

​ ​ເພື່ອ​ຮອງ​ຮັບ​ເອົາໂຄງການຮອບວຽນ ທີ່ 13 (ສົກ​ປີ 2015-2016)

​ໂດຍ: ​ຄຳພັນ ພັນທະວົງ

ທຸກໆ​ຮອບ​ວຽນກອ່ນຈະ​ຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍ ຈະ​ຕ້ອງ​ໄດ້ຈັດ​ກອງ​ປະຊຸມ ຫຼື ຊຸດ​ອົ​ບ ຮົມ ​ເພື່ອ​ຍົກ​ລະດັບຄວາມອາດ​ສາມາດ​ຂອງທິມງານຈັດຕັ້ງປະຕິບັດຂັ້ນບ້ານທີ່ໄດ້ຮັບໂຄງການ ທັງ​ນີ້​ກໍ​ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ​ແລກ​ປ່ຽນ​ບົດຮຽນ ລວມທັງ​ປຶກສາ​ຫາລື ຊອກ​ຫາ​ວິທີ​ແກ້​ໄຂ ບັນຫາ​ທີ່​ພົບ​ໃນ​ປີຜ່ານມາ ຫຼື ນໍາ​ເອົາ​ທິດ​ທາງ​ນະ​ໂຍບາຍ​ທີ່​ມີ​ຄວາມ​ຈໍາ​ເ​ປັນ​ຕ້ອງ​ໄດ້​ປັບປຸງ ຫຼື ປ່ຽນ​ແປງ​ໃໝ່ ​ໄປ​ອົບຮົມ​ ​ແລະ ທໍາ​ຄວາມ​ເຂົ້າ​ໃຈ​ເຖິງ​ວິທີ​ຈັດ​ຕັ້ງ​ປະຕິບັດ​ໃນ​ຮອບ​ວຽນ​ຕໍ່​ໄປ​ໃຫ້​ມີ​ຜົນ​ສໍາ​ເລັດ​ຕາມ​ຄາດໝາຍ ​ແລະ ຮັບປະກັນ​​ໃຫ້​ບັນຫາ​ທີ່​ພົບ​ຜ່ານ​ມາ​ໄດ້​ຮັບ​ການ​ແກ້​ໄຂ. ​ເຊັ່ນ​ດຽວ​ກັນ, ​ເພື່ອ​ກຽມຄວາມ​ພອ້ມ​ໃສ່​ການ​ຈັດ​ຕັ້ງ​ປະຕິບັດ​​ໂຄງການໃນ​​ຮອບວຽນ 13 ສົກປີ (2015-2016)  ໃນ​ວັນ​ທີ 2-​4 ມີນາ 2016 ນີ້  ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ເມືອງຈອມເພັດໄດ້​ຈັດ​ກອງປະຊຸມຝຶກອົບຮົມ ວຽກງານຈັດຊື້-ຈັດຈ້າງ ແລະ ບໍລິຫານການເງິນຂຶ້ນ​ ທີສະໂມສອນໃຫຍ່ຂອງເມືອງຈອມເພັດ ແຂວງຫລວງພະບາງ  ​ໂດຍ​ການປະທານ ຂອງ ທ່ານ ສົມຈິດ ສິງລໍຄຳ, ຮອງເລຂາພັກ​ເມືອງ ຮອງເຈົ້າເມືອງ ​ແລະ ປະທານຊີ້ນໍາວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກປະຈຳເມືອງຈອມເພັດ ເຊິ່ງມີຜູ້ເຂົ້າຮ່ວມຈາກ ບັນດາທິມງານຈັດຕັ້ງປະຕິບັດຂັ້ນບ້ານຈາກ 9 ບ້ານທີ່ຢູ່ໃນ 4 ກຸ່ມບ້ານ ລວມທັງຕາງໜ້າຈາກຫ້ອງການກ່ຽວຂ້ອງຂັ້ນເມືອງ,ທລຍເມືອງ,ແຂວງ ລວມທັງໝົດ 49  ຄົນ,ຍິງ 17 ຄົນ ກໍ່​ໄດ້​ມີໜ້າ​ເຂົ້າ​ຮ່ວມ​ຢ່າງ​ພອ້ມພຽງ​. ຖື​ໄດ້​ວ່າ ກອງ​ປະຊຸມ​ຝຶກ​ອົບຮົມ​ດັ່ງ​ກາວ ​ແມ່ນ​ມີ​ຄວາມ​ໝາຍ​ສໍາຄັນ​ຫລາຍ ​ເພາະ​ເປັນ​ກອງ​ປະຊຸມ​ທີ່​ໃຫ້​ຄວາມ​ຮູ້​ດ້ານວຽກງານບໍລິຫານການເງິນ​ໂຄງການ​ຍ່ອຍ ​ແລະ ​ໄດ້​ມີ​ການກໍານົດພາລະບົດບາດຂອງທິມງານຈັດຕັ້ງປະຕິບັດຂັ້ນບ້ານແຕ່ລະພາກສ່ວນ. ​ໃນ​ນັ້ນ, ວິທີການປະກອບເອກະສານໃນການຂໍເງິນໂຄງການຍ່ອຍໃນແຕ່ລະງວດ(ງວດ1,2ແລະ3) ລວມທັງ ຮູບ​ແບບ​ວິທີ​ການໂອນເງິນໂຄງການຍ່ອຍໃຫ້ກັບບໍລິສັດ, ການເສຍອາກອນຂອງນາຍຊ່າງແລະວິຊາການຊຸມຊົນກໍ​ໄດ້​ນໍາ​ມາ​ບົນ​ລະ​ຍາຍ​ເຜີຍ​ແພ່​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ໄດ້​ຮຽນ​ຮູ້​ເພີ່ມ​ຕື່ມ. ນອກຈາກ​ນັ້ນ​ຍັງ​ມີການເຮັດບົດຝຶກຫັດກ່ຽວກັບວຽກບໍລິຫານການເງິນພ້ອມທັງການນຳໃຊ້ແບບ ຟອມຕື່ມ​ອີກ, ສຸດ​ທ້າຍ ຍັງໄດ້ອະທິບາຍຂັ້ນຕອນການປະມູນໂຄງການຍ່ອຍ ຊຶ່ງ​ເລີມ​ແຕ່ຂັ້ນຕອນເລີ່ມຕົ້ນຈົນຮອດຂັ້ນ​ຕອນສຳເລັດການປະມູນ, ລວມເຖິງການເຊັນສັນຍາລະຫ່ວາງບໍລິສັດກັບບ້ານ ແລະ ທລຍ,ການຄຸ້ມຄອງສັນຍາແລະການຂໍເບີກຈ່າຍເງິນແຕ່ລະງວດຕະຫລອດຮອດການເກັບມ້ຽນເອກະສານອື່ນໆ​ເປັນ​ຕົ້ນ.

ຕະຫລອດໄລຍະຂອງ​ກອງ​ປະຊຸມຝຶກອົບຮົມ​ໃນ​​ 3 ວັນ​ເຕັມ ​​​ແມ່ນ​ມີບັນຍາກາດຟົດ​ຟື້ນ​, ຜູ້​ເຂົ້າ​ຮ່ວມ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ ຍ້ອນ​ວ່າ ໃນ​ກອງ​ປະຊຸມ​ໄດ້​ມີ​ການ​ປຶກສາ​ຫາລື​ແລກປ່ຽນ​ບົດຮຽນ ​ແລະ ພອ້ມກັນ​ຄົ້ນຄວ້າ​ໄປ​ພອ້ມໆ​ກັນ​ກັບ ການປະຕິບັດຕົວຈິງ ແລະບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ ​ໃນ​​ໄລຍະ​ເວລາ​ຈັດ​ຕັ້ງ​ປະຕິບັດວຽກ​ງານ​ຜ່ານ​ມາ ​ດ້ວຍຄວາມ​ເປັນ​ເອກະ​ພາບ ​ແລະ ທຸກ​ຄົນ​ມີ​ສ່ວນ​ຮ່ວມ ຊຶ່ງ​ເຮັດ​ໃຫ້ ຜູ້​ເຂົ້າ​ຮ່ວມ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ຫົວ​ຂໍ້​ສໍາຄັນ​ຕ່າງໆ ທີ່​ນໍາ​ມາ​ແລກປ່ຽນຢ່າງ​ເລິກ​ເຊິ່ງ.  ​ ບົດຮຽນ​ທີ່​ຊຸມຊົນກໍ່ຄືທິມງານຈັດຕັ້ງປະຕິບັດຂັ້ນບ້ານໄດ້ຮັບ​ຈາກ​ກອງ​ປະຊຸມ​ຝຶກອົບຮົມໃນ​ຄັ້ງ​ນີ້ ເຂົາເຈົ້າຈະນໍາ​ເອົາ​​ໄປ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ຂັ້ນ​ທ້ອງ​ຖິ່ນ​ ​ເພື່ອ​ເປັນ​ການ​ປັບປຸງ​ວຽກງານ​ດັ່ງກ່າວ​ໃຫ້ສອດຄ່ອງກັບນະໂຍບາຍແລະ​ມີ​ທ່າ​ກ້າວໃນ​ຕໍ່ໜ້າ, ​ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ , ​ເພາະວ່າ ທີ​ມງານ​ດັ່ງກ່າວ​ແມ່ນ​ໝາກ​ຫົວ​ໃຈ​ສໍາຄັນຂອງ​ຄວາມເປັນ​ເຈົ້າ​ການ ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ.

Description: C:\Users\Phan\AppData\Local\Microsoft\Windows\Temporary Internet Files\Content.Word\20160303_152754.jpgທ່ານ ອ່ອນສີ ຫົວໜ້າທິມງານຈັດຕັ້ງປະຕິບັດບ້ານວັງສາ ກຸ່ມນໍ້າຮາງ ເມືອງຈອມເພັດ ​ໄດ້​ກ່າວ​ວ່າ: ຂ້າພະ​ເຈົ້າ ຮູ້ສຶກ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ມີ​ໂອກາດ ​ເຂົ້າ​ຮ່ວມກອງ​ປະຊຸມຝຶກອົບຮົມໃນ​ຄັ້ງ​ນີ້ ​ເພາະ​ກອງ​ປະຊຸມ ຄັ້ງ​ນີ້​ແມ່ນ​ມີຄວາມໝາຍຄວາມສໍາຄັນຫລາຍ ​ ​ ຍ້ອນມີ ​ການ​ນໍາ​ສະ​ເໜີ​ບົດຮຽນທັງ​ທິດ​ສະ​ດີ​​ແລະ ປະຕິບັດຕົວຈິງ ແລະ ແລກປ່ຽນກັບບົດຮຽນຕົວຈິງ​ໄປ​ພອ້ມໆ​ກັນ, ​ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊີງ ສາມາດ​ນໍາ​ເອົາ​ບົດຮຽນ​ໄປ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈີ​ງ​ໃນ​ເວລາ​ໄດ້​ຮັບ​ໂຄງການ​ຍ່ອຍ ຈາກ ທລຍ ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ຜົນ​ປະ​ໂຫຍ​ດຫລາຍ ສໍາລັບ ກອງ​ປະຊຸມ ໃນ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານຈັດຊື້-ຈັດຈ້າງ ແລະ ບໍລິຫານການເງິນເທົ່ານັ້ນ, ​ແຕ່​ຂ້າພະ​ເຂົ້າ​ຍັງ​ຮັບ​ຮູ້​ເຖີງ  ພາລະບົດບາດ ແລະ ໜ້າທີ່ຂອງຕົນກໍ່​ຄື​ສະມາຊິກທິມງານແຕ່ລະຄົນອີກ​ດ້ວຍ. ດັ່ງ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ   ພວກ​ເຮົາມີ​ຄວາມ​ກຽມ​ພອ້ມ​​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ​​​ຮັບ​​ເອົາທຶນ​ຊ່ວຍ​ເຫຼືອຈາກ ທລຍ ​ໃນ​ຮອບ​ວຽນ 13 ນີ້.