ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ວຽກ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະນະ​ການ

Posting Date: 
14 Aug 2015

ທລຍ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ວຽກ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະນະ​ການ

​ໂດຍ: ​ແສງ​ອາ​ລຸນ ພິລາ​ຈັນ

            ໃນ​ລະຫວ່າງ​ວັນ​ທີ 12-14 ສິງຫາ 2015 ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ(ທລຍ) ​ໄດ້​ຈັດ​ກອງ​ປະຊຸມສໍາ​ມະ​ນາ​ວຽກ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ ຂຶ້ນ​ທີ່ ສູນ​ວິ​ໄຈ​ພະຍາດ​ຊຶມ​ເຊື້ອ​ຄຣິສຕົຟ ​ເມຣິ​ເອີ ລາວ, ກະຊວງ​ສາທາລະນະ​ສຸກ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ​ແສງ​ເພັດ ວັນນະ​ວົງ, ຫົວໜ້າ​ພະ​ແນ​ກ ພັດທະນາ​ຊຸມ​ຊົນ ​ແລະ ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທ່ານ (Satoshi ISHIHARA) ຊະໂຕຊິ ອີຊີຮາຣະ, ຜູ້ຊີ້ນໍາວຽກງານ ທລຍ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ທ່ານ ນາງ (Jutta KRAHN) ຈຸດ​ຕາ ຄຣານ, ຊ່ຽວຊານ​ວຽກ​ງານ​ໂພຊະ​ນາ​ການ ​ແລະ ການ​ເຂົ້າຮ່ວມ​ຂອງ​ພະນັກງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ວຽກ​ງານ​ໂພຊະ​ນາ​ການ ຈາກ 4 ​ເມືອງ: ​ເມືອງ​ຮ້ຽມ, ຊ່ອນ ​ແຂວງ​ຫົວພັນ ​ແລະ ​ເມືອງ​ນອງ, ​ເຊ​ໂປ​ນ ​ແຂວງ​ສະຫວັນ​ນະ​ເຂດ​ຈໍານວນ​ທັງ​ໝົດ 20 ທ່ານ, ຍິງ 5 ທ່ານ.

            ຈຸດປະສົງ​ຂອງ​ກອງ​ປະຊຸມ​ສໍາ​ມະ​ນາ​ໃນ​ຄັ້ງ​ນີ້ ​ແມ່ນ​​ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ບົດຮຽນ​​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ ​ໃນ​ໄລ​ຍະ​ຜ່ານ​ມາ ​ແລະ ວາງ​ແຜນ​ວຽກ​ໃນ​ຕໍ່ໜ້າ ພ້ອມ​ທັງ​ເປັນ​ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ພະນັກ​ສານ​ວຽກປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ​ ​ໄດ້​ເຂົ້າ​ໃຈຕໍ່​ວຽກ​ງານ​ດັ່ງກ່າວ​ເລີກ​ເຊິ່ງກວ່າ​ເກົ່າ​.

            ທີ່​ກອງ​ປະຊຸມ​ໄດ້​ມີ​ການຈັດ​ແບ່ງ​ກຸ່ມ​ຄົ້ນຄວ້າ ​ເປັນ 4 ກຸ່ມ:​ ກຸ່ມ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ 2 ກຸ່ມ ​ແລະ ກຸ່ມ​ໂພຊະ​ນາ​ການ 2 ກຸ່ມ, ສົນທະນາ​ປະສົບ​ການ​ເຮັດ​ວຽກ​ໃນ​ໄລຍະ​ຜ່ານ​ມາ, ທົບ​ທວນ 18 ບາດກ້າວ​ທີ່​ຮ່າງ​ໃໝ່, ​ເພີ່ມຄວາມ​ຕ້ອງການ: ອຸປະກອນ, ຜົນ​ໄດ້​ຮັບ, ​ເອກະສານ ​ແລະ ຄວາມ​ຮັບຜິດຊອບ ​ໃນ​ນັ້ນ ​ໄດ້​ມີ​ການ​ສົນທະນາ ​ເພື່ອ​ຕົກລົງ​ເຫັນ​ດີ ຈຸດ​ທີ່​ຕ້ອງ​ແກ້​ໄຂ ​ແລະ ​ເພີ່ມ​ເຕີມ​ໃນ​ຮ່າງ 18 ຂັ້ນ​ຕອນ ສໍາລັບ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ ທລຍ. ນອກຈາກ​ນັ້ນ ​ໄດ້​ມີ​ການ​ສົນທະນາ​ສິ່ງ​ທ້າ​ທາຍ​ທີ່​ພົບ ​ເພື່ອ​ເຮັດ​ໃຫ້ການ​ສື່ສານ​ກັບ​ຊາວບ້ານ​ໃຫ້​ດີກ​ວ່າ​ເກົ່າ, ຂໍ້​ຫຍຸ້ງຍາກ ​ໃນ​ການ​ສື່ສານ ຈຸດ​ທີ່​ສາມາດ​ສ້າງ​ການ​ປ່ຽນ​ແປງ​ພຶດຕິ​ກໍາ​ຂອງ​ພວກ​ເຂົາ​ໄດ້, ​ເຄື່ອງມື​ໃນ​ການ​ສື່ສານ​ໃນ​ປະຈຸ​ບັນ ມີ​ການ​ນໍາ​ໃຊ້​ແນວ​​ໃດ, ຄວນ​ມີ​ການ​ເນັ້ນ​ໜັກ​ຈຸດ​ໃດ, ທິດ​ສະ​ດີ ​ແລະ ຊ່ອງ​ຫວ່າງ​ໃນ​ການ​ໃຊ້​ຕົວ​ຈິງ​ມີ​ຄື​ແນວ​ໃດ, ຄວາມ​ຖີ່ ​ແລະ ຄວາມ​ສາມາດ​ໃນ​ການ​ສົ່ງ​ຄວາມ​ຮູ້​ມີ​ຄື​ແນວ​ໃດ, ການ​ບັນທຶກຂໍ້​ມູນ ​ແລະ ການ​ຕິດຕາມ​ໃນ​ໄລຍະ​ຜ່ານ​ມາ​ມີ​ຜົນ​ໄດ້​ຮັບ​ຄື​ແນວ​ໃດ.

            ​ເຖິງ​ແນວ​ໃດ​ກໍ​ດີ ກອງ​ປະຊຸ​ມຍັງ​​ໄດ້​ເນັ້ນ​ເຖິງ​ການ​ເຊື່ອມ​ສານ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ກິດຈະ​ກໍາ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ ​ກັບ​ວຽກງານ ທລຍ ​ໃຫ້​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ ​​ເປັນ​ຕົ້ນ​ແມ່ນ 4 ​ໄລຍະ 8 ຄາດໝາຍ ​ແລະ 18 ຂັ້ນ​ຕອນ:​ ​ໄລຍະທີ 1 “​ແນະ​ນໍາ” ​ປະກອບ​ມີ ກອງ​ປະຊຸມ​ແນະ​ນໍາ​ໂຄງການ​ຂັ້ນ​ເມືອງ, ຂັ້ນ​ກຸ່ມ​ບ້ານ ​ແລະ ຂັ້ນ​ບ້ານ; ​ໄລຍະ​ທີ 2 “ສ້າງ​ແຜນການ” ” ​ປະກອບ​ມີ ກະກຽມ​ແຜນ​ພັດທະນາ​ຂັ້ນ​ບ້ານ, ກະກຽມ​ແຜນ​ພັດທະນາ​ກຸ່ມ​ບ້ານ, ກອງ​ປະຊຸມ​ປະສານ​ງານການວາງ​ແຜນ​ຂັ້ນ​ເມືອງ, ສ້າງ​ຕັ້ງ​ກຸ່ມ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ແລະ ຄັດ​ເລືອກ​ຄະນະ​ກໍາມະການ​ບໍລິຫານ​ກຸ່ມ​ທ້ອນ​ເງິນ​ຂັ້ນ​ບ້ານ; ​ໄລຍະ​ທີ 3 “ອອກ​ແບບ​ໂຄງການ​ຍ່ອຍ ​ແລະ ກວດກາ​ປະ​ເມີນ​ຜົນ” ” ​ປະກອບ​ມີ ຝຶກ​ອົບຮົມ​ຫົວໜ້າ​ກຸ່ມ​ຊ່ວຍ​ເຫລືອ​ເຊິ່ງກັນ​ ແລະ ກັນ, ຝຶກ​ອົບຮົມ​ຫົວໜ້າ​ຄະນະ​ກໍາມະການ​ບໍລິຫານ​ກຸ່ມ​ທ້ອນ​ເງິນ​ຂັ້ນ​ບ້ານ; ​ໄລຍະ​ທີ 4 “ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຍ່ອຍ ດ້ານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່” ປະກອບ​ມີ ຈັດຊື້-ຈັດ​ຈ້າງ ​ໂດຍ​ຊຸມ​ຊົນ, ຝຶກ​ອົບຮົມ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ກິດຈະ​ກໍາ​ສ້າງ​ລາຍ​ຮັບ, ​ເກັບ​ເງິນ​ກູ້​ຢືມ​ຄືນ ​ແລະ ຈັດ​ສັນ​ເງິນ​ກູ້​ໃໝ່.

ຜ່ານ​ການ​ປະຊຸມ​ສໍາ​ມະ​ນາ​ເປັນ​ເວລາ 3 ວັນ​ເຕັມ ​ເຫັນ​ໄດ້​ວ່າ ຜູ້​ເຂົ້າ​ຮ່ວມ​ໄດ້​ມີ​ຄວາມ​ເຂົ້າ​ໃຈ ​ແລະ ກໍາ​ໄດ້​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ວຽກ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ໂພຊະ​ນາ​ການ ​ໂດຍ​ສະ​ເພາະ​ແມ່ນ ​ 4 ​ໄລຍະ 8 ຄາດໝາຍ ​ແລະ 18 ຂັ້ນ​ຕອນ ສໍາ​ລັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ ທລຍ ​ແລະ ຄາດ​ວ່າ​ເຂົາ​ເຈົ້າ​ຈະ​ສາມາດ​ນໍາ​ເອົາ​ຄວາມ​ຮູ້​ດັ່ງກ່າວ​ໄປ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຂອງ​ເຂົາ​ເຈົ້າ​ຢ່າງ​ມີ​ຜົນ​ສໍາ​ເລັດ.