ຜົນສຳເລັດການຈັດຕັ້ງປະຕິບັດໂຄງການປີ 2017 ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ປີ 2018 ທລຍ ແຂວງອຸດົມໄຊ

Posting Date: 
06 Apr 2018

ຜົນສຳເລັດການຈັດຕັ້ງປະຕິບັດໂຄງການປີ 2017 ແລະ

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ປີ 2018 ທລຍ ແຂວງອຸດົມໄຊ

ໂດຍ: ຄຳພັນ ພັນທະວົງ ທລຍ ແຂວງອຸດົມໄຊ

ກອງທຶນຫຼຸດຜ່ອນຄວາມທຸກຍາກ( ລຍ3) ແຂວງອຸດົມໄຊ ແມ່ນສືບຕໍ່ຈັດຕັ້ງປະຕິບັດວຽກງານແຕ່ປີ 2017ເປັນຕົົ້ນມາ.ສໍາລັບຮອບວຽນທີ 14 (ປີ2017)ປະກອບມີ 6 ເມືອງເປົ້າໝາຍ: ​ມີ 34 ກຸ່ມບ້ານ, 209 ບ້ານ,ຈຳນວນຄົວເຮືອນທັງໝົດ 18,569 ຄົວເຮືອນ ແລະ ມີພົນລະເມືອງທັງໝົດ 113,352 ຄົນ, ຍີງ 56,714 ຄົນ,ພົນລະເມືອງທຸກຍາກ 51,037 ຄົນ, ກວາມເອົາ 45% ໃນນັ້ນ ເປັນຍິງ 25,776 ຄົນ ກວາມເອົາ 45% ເຊິ່ງໄດ້ເຂົ້າຮ່ວມວາງແຜນພັດທະນາ​​ບ້ານ ທັງໝົດ 16,517 ຄົນ, ​ກວາມເອົາ 15%,ເປັນຊົນເຜົ່າທັງໝົດ 6,960 ຄົນ, ຄິດເປັນເປີເຊັນກວາມເອົາ 42% ເປັນຍີງ 3,822 ຄົນ. ກວາມເອົາ 55% ​ໃນນັ້ນ ຈຳນວນຄອບຄົວຜູ້ທຸກຍາກ 9,187 ຄອບຄົວ, ກວາມເອົາ 49%  ທຸກຍາກ

ທລຍ ເປັນ ໂຄງການໜຶ່ງຂອງລັດຖະບານ  ທີ່ເປັນເຈົ້າຕົນເອງທາງ ດ້ານການເງິນ ແລະ ການຄຸ້ມຄອງບໍລິຫານໂຄງການ, ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ  ໂດຍສະເພາະ ການປັບປຸງທາງດ້ານ ການເຂົ້າເຖິງ ແລະ ການບໍລິການສິ່ງອໍານວຍຄວາມສະດວກ ດ້ານພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນຜູ້ທຸກຍາກ ທີ່ອາໃສຢູ່ເຂດຫ່າງໄກສອກຫລີກ ໃນພື້ນທີ່ເປົ້າໝາຍຂອງໂຄງການ ໂດຍຜ່ານການມີສ່ວນຮ່ວມຂອງຊຸມຊົນໃນຂະບວນການພັດທະນາຂັ້ນທ້ອງຖິ່ນ ໂດຍເນັ້ນໃສ່ຮັບປະກັນຄວາມຍືນຍົງຂອງການພັດທະ ນາຊົນນະບົດ.

ສໍາລັບປີີ 2017 ຜ່ານມານີ້ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ແຂວງອຸດົມໄຊໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 38 ໂຄງການ,ໃນ 6 ເມືອງເປົ້າໝາຍ, 34 ກຸ່ມບ້ານ.ໃນນັ້ນ ຂະແໜງສຶກສາ ມີ 22 ໂຄງການ,ສາທາລະນະສຸກ 7 ໂຄງການ,ໂຍທາທິການແລະຂົນສົ່ງ 7 ໂຄງການ ແລະ ກະສິກຳແລະປ່າໄມ້ ຈຳນວນ 2 ໂຄງການ. ນໍາໃຊ້ງົບປະມານທັງໝົດ 11,2 ຕື້ກວ່າ ກີບ.ໃນນັ້ນ ທຶນ ທລຍ ໃຫ້ການສະໜັບສະໜູນ 10,3 ຕື້ກວ່າກີບ, ທຶນປະກອບສ່ວນຂອງຊຸມຊົນຈຳນວນ 946 ກວ່າກີບ. ມາຮອດປະຈຸໂຄງການດັ່ງກ່າວໄດ້ມອບ-ຮັບ ໃຫ້ພໍ່ແມ່ປະຊາຊົນເປັນຜູ້ຄຸ້ມຄອງນໍາໃຊ້ທັງໝົດ 100% ແລ້ວ.

ປະຈຸບັນ ການຈັດຕັ້ງປະຕິບັດໂຄງການຍ່ອຍຮອບວຽນ 15 (ປີ 2018) ແມ່ນມີທັງໝົດຈຳນວນ 39 ໂຄງການ ໃນນັ້ນ ຂະແໜງສຶກສາ 15 ໂຄງການ, ສາທາ 13 ໂຄງການ, ຍທຂ 10 ໂຄງການ ແລະ ກະສິກຳ 1 ໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ. ດ້ວຍເຫດນີ້, ທຸກໆຂັ້ນຕອນການຈັດຊື້-ຈັດຈ້າງໂຄງການຍ່ອຍ ຈຶ່ງໄດ້ມອບໃຫ້ແກ່ທີມງານຈັດຊື້-ຈັດຈ້າງ ຂັ້ນບ້ານ ເປັນຜູ້ດໍາເນີນການ ແລະ ຕັດສິນເອົາເອງ ບົນພື້ນຖານຂໍ້ກໍານົດລະບຽບຫລັກການ ແລະ ຂັ້ນຕອນທີ່ໄດ້ກໍານົດໄວ້ຂອງຜູ້ໃຫ້ທຶນ ໂດຍມີພະນັກງານ ທລຍ ແລະ ພາກລັດ ເປັນຜູ້ອໍານວຍຄວາມສະດວກ, ຊ່ວຍແນະນໍາ, ຕິດຕາມ, ກວດກາ ແລະ ມີອໍານາດການປົກຄອງທ້ອງຖິ່ນ ເຂົ້າຮ່ວມເພື່ອສັງເກດການ, ຕິດຕາມ ແລະ ພັກດັນຊ່ວຍ. ມາຮອດປະຈຸບັນ ການຈັດຊື້-ຈັດຈ້າງໂຄງການຍ່ອຍຮອບວຽນ 15 ແມ່ນສຳເລັດ 100% ແລະ ຢູ່ໃນຂັ້ນຕອນ ເລີ່ມຈັດຕັ້ງປະຕິບັດໂຄງການ ແລະ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.